lo_tn/deu/18/01.md

2.5 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ບອກປະຊາຊົນກ່ຽວກັບສິ່ງທີ່ພຣະຢາເວຕ້ອງການໃຫ້ພວກເຂົາເຮັດ.

ຈະບໍ່ໄດ້ຮັບສ່ວນເເບ່ງ ຫລືຮັບບັນດາມໍຣະດົກຮ່ວມກັບຊາວອິດສະຣາເອນ

ຄົນເລວີບໍ່ໄດ້ຮັບດິນແດນຈາກພຣະຢາເວແມ່ນເວົ້າເຖິງວ່າພວກເຂົາຈະບໍ່ໄດ້ຮັບມໍລະດົກ. ອາດແປໄດ້ອີກວ່າ: "ຈະບໍ່ມີດິນແດນຂອງປະຊາຊົນໃດໆ" ຫລື "ຈະບໍ່ໄດ້ຮັບແຜ່ນດິນໃດໆທີ່ຊາວອິດສະຣາເອນຈະຄອບຄອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ໄດ້ຮັບສ່ວນເເບ່ງ

"ບໍ່ມີສ່ວນ" ຫລື "ບໍ່ມີສ່ວນແບ່ງ"

ໃນທ່າມກາງພີ່ນ້ອງພວກເຂົາ

"ໃນບັນດາເຜົ່າອື່ນໆຂອງອິດສະຣາເອນ" ຫລື "ໃນບັນດາຊົນຊາດອິດສະຣາເອນອື່ນໆ"

ພຣະຢາເວເປັນມໍຣະດົກຂອງພວກເຂົາ

ໂມເຊກ່າວເຖິງກຽດຕິຍົດອັນຍິ່ງໃຫຍ່ທີ່ອາໂຣນ ແລະເຊື້ອສາຍຂອງເຂົາຈະມີໂດຍການຮັບໃຊ້ພຣະຢາເວໃນຖານະປະໂລຫິດຄືກັບວ່າ ພຣະຢາເວເປັນສິ່ງທີ່ພວກເຂົາຈະໄດ້ຮັບເປັນມໍລະດົກ. ເບິ່ງວິທີທີ່ແປປະໂຫຍກທີ່ຄ້າຍຄືກັນນີ້ໃນ 10: 8. ອາດແປໄດ້ອີກວ່າ: "ແທນທີ່ຈະ, ພວກເຂົາຈະມີພຣະຢາເວ" ຫລື "ແທນທີ່ຈະ, ພຣະຢາເວຈະອະນຸຍາດໃຫ້ພວກເຂົາຮັບໃຊ້ພຣະອົງ ແລະພຣະອົງຈະຈັດຕຽມໃຫ້ພວກເຂົາໂດຍຜ່ານການຮັບໃຊ້ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)