lo_tn/deu/13/12.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວປະຊາຊົນອິດສະຣາເອນ.

ມີຄົນຫມຸ່ມບາງຄົນເປັນຄົນຊົ່ວຮ້າຍທີ່ໄດ້ອອກໄປຈາກພວກທ່ານ

ປະໂຫຍກທີ່ວ່າ "ຈາກພວກທ່ານ" ຫມາຍຄວາມວ່າພວກຄົນຊົ່ວນີ້ແມ່ນຊາວອິດສະຣາ ເອນທີ່ອາໄສຢູ່ໃນຊຸມຊົນຂອງພວກເຂົາ.

ໄດ້ດຶງບັນດາຜູ້ອາໄສຢູ່ເມືອງຂອງພວກທ່ານເເລະເວົ້າວ່າ,'ໃຫ້ພວກເຮົາໄປ ເເລະນະມັດສະການພະອື່ນທີ່ພວກທ່ານບໍ່ຮູ້ຈັກ

ໃນນີ້ສາມາດແປເປັນຄຳເວົ້າອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ໄດ້ຊັກຊວນໃຫ້ຜູ້ທີ່ອາໄສຢູ່ໃນເມືອງຂອງພວກເຂົາໄປນະມັດສະການພະອື່ນທີ່ພວກເຂົາບໍ່ຮູ້ຈັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ໄດ້ອອກໄປຈາກພວກທ່ານ ເເລະໄດ້ດຶງບັນດາຜູ້ອາໄສຢູ່ເມືອງ

ບຸກຄົນທີ່ຂັດຂວາງຜູ້ອື່ນຢຸດທີ່ຈະເຊື່ອຟັງພຣະຢາເວແມ່ນເວົ້າຄືກັບວ່າຄົນນັ້ນໄດ້ເຮັດໃຫ້ຄົນອື່ນຫັນຫນ້າຫນີ ແລະອອກຈາກພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເລ້ວພວກທ່ານຈະກວດສອບຫລັກຖານ, ເຮັດການຄົ້ນຫາ, ເເລະຖາມຢ່າງລະອຽດຖີ່ຖ້ວນ

ປະໂຫຍກທັງຫມົດເຫລົ່ານີ້ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ໂມເຊກຳລັງກ່າວເນັ້ນຫນັກວ່າພວກເຂົາຕ້ອງຊອກຮູ້ຢ່າງລະມັດລະວັງກ່ຽວກັບເຫດການທີ່ເກີດຂື້ນແທ້ໆໃນເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຄວາມຊົ່ວຊ້າເກີດຂຶ້ນໃນທ່າມກາງພວກທ່ານເເລ້ວ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບໂດຍກົງ. ອາດແປໄດ້ອີກວ່າ: "ທີ່ປະຊາຊົນໃນເມືອງໄດ້ເຮັດສິ່ງທີ່ຫນ້າກຽດຊັງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)