lo_tn/deu/13/01.md

4.3 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວແກ່ປະຊາຊົນອິດສະຣາເອນ.

ຄົນຫນຶ່ງລຸກຂຶ້ນທ່າມກາງພວກທ່ານ

"ຖ້າມີຄົນໃດໃນທ່າມກາງພວກທ່ານ" ຫລື "ຖ້າມີຄົນໃນພວກເຈົ້າອ້າງວ່າເປັນ"

ຜູ້ເເກ້ຄວາມຝັນ

ນີ້ແມ່ນຄົນທີ່ໄດ້ຮັບນິມິດຈາກພຣະເຈົ້າຜ່ານຄວາມຝັນ.

ຫມາຍສຳຄັນຫລືການອັດສະຈັນ

ສອງຄຳນີ້ມີຄວາມຫມາຍຄ້າຍຄືກັນ ແລະກ່າວເຖິງການອັດສະຈັນຕ່າງໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເປັນຢ່າງນີ້ວ່າ

"ສິ່ງທີ່ເກີດ" ຫລື "ເກີດຂື້ນ"

ຖ້າເຂົາເວົ້າເເກ່ທ່ານນັ້ນເປັນຢ່າງນີ້ວ່າ,' ໃຫ້ພວກເຮົາໄປຕິດຕາມພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກ ເເລະໃຫ້ເຮົານະມັດສະການພະນັ້ນ,'

ສິ່ງນີ້ສາມາດແປເປັນຄຳເວົ້າທາງອ້ອມ. ອາດແປໄດ້ອີກວ່າ: "ແລະ ເຂົາບອກທ່ານໃຫ້ຮັບໃຊ້ແລະ ນະມັດສະການພະອື່ນທີ່ທ່ານບໍ່ຮູ້ຈັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ໃຫ້ພວກເຮົາໄປຕິດຕາມພະອື່ນ

ການນະມັດສະການພະອື່ນແມ່ນເວົ້າຄືກັບວ່າພວກເຂົາກຳລັງເດີນຕາມຫລື ຕິດຕາມພະອື່ນ. ອາດແປໄດ້ອີກວ່າ: "ຂໍໃຫ້ພວກເຮົາປະຕິບັດຕາມພະອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຫ້ພວກເຮົາໄປຕິດຕາມພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກ

ປະໂຫຍກທີ່ວ່າ“ ພະອື່ນ, ທີ່ທ່ານບໍ່ຮູ້” ຫມາຍ ເຖິງພະທີ່ກຸ່ມຄົນອື່ນບູຊາ. ຊາວອິດສະຣາເອນຮູ້ຈັກພຣະຢາເວເພາະວ່າພຣະໄດ້ເປີດເຜີຍຕົວຕົນໃຫ້ພວກເຂົາ ແລະພວກເຂົາໄດ້ມີປະສົບການກັບລິດອຳນາດຂອງພຣະອົງ.

ຢ່າຟັງຖ້ອຍຄຳເຫລົ່ານັ້ນຂອງຜູ້ທຳນວາຍນັ້ນ

ໃນນີ້ "ຄຳເວົ້າ" ຫມາຍເຖິງສິ່ງທີ່ເວົ້າ. ອາດແປໄດ້ອີກວ່າ: "ຢ່າຟັງສິ່ງທີ່ຜູ້ທຳນວາຍເວົ້າຫລື ສິ່ງທີ່ນັກແກ້ຄວາມຝັນເວົ້າ" (ເບິ່ງ: rc://*/ta/man/translate/figs-metonymy)

ສຸດຈິດສຸດໃຈ ເເລະ ສຸດກຳລັງຄວາມຄຶດ

ສຳນວນ "ດ້ວຍຫົວໃຈຂອງທ່ານທັງຫມົດ" ຫມາຍຄວາມວ່າ "ທັງຫມົດ" ແລະ "ດ້ວຍ ... ຈິດວິນຍານ" ຫມາຍຄວາມວ່າ "ກັບຄວາມເປັນທ່ານທັງຫມົດ." ສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ເບິ່ງວິທີທີ່ແປຄຳນີ້ໃນ 4:29. ອາດແປໄດ້ອີກວ່າ: "ດ້ວຍຄວາມເປັນຢູ່ທັງຫມົດຂອງເຈົ້າ" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])