lo_tn/deu/12/28.md

2.1 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ຈົ່ງສັງເກດເເລະຟັງຖ້ອຍຄຳເຫລົ່ານີ້ທີ່ຂ້ານ້ອຍບັນຊາພວກທ່ານ

ໃນນີ້ “ຖ້ອຍຄຳ” ສະແດງເຖິງສິ່ງທີ່ໂມເຊກຳລັງເວົ້າ. ອາດແປໄດ້ອີກວ່າ: "ຈົ່ງຟັງ ແລະເຊື່ອຟັງທຸກສິ່ງທີ່ເຮົາສັ່ງທ່ານຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອພວກທ່ານຈະໄປດີມາດີ ເເລະ ພ້ອມກັບລູກຫລານທີ່ຕາມມາ

ໃນນີ້ "ລູກຫລານ" ຫມາຍເຖິງລູກຫລານທັງຫມົດຂອງພວກເຂົາ. ອາດແປໄດ້ອີກວ່າ: "ເພື່ອເຈົ້າ ແລະລູກຫລານຂອງເຈົ້າຈະຈະເລີນຮຸ່ງເຮືອງ"

ເມື່ອພວກທ່ານເຮັດສິ່ງດີເເລະເລືອກຖືກຕ້ອງ

ຄຳວ່າ "ດີ" ແລະ "ຖືກຕ້ອງ" ມີຄວາມຫມາຍຄ້າຍຄືກັນແລະເນັ້ນຫນັກເຖິງຄວາມສຳຄັນຂອງການປະພຶດທີ່ຖືກຕ້ອງ. ອາດແປໄດ້ອີກວ່າ: "ເມື່ອທ່ານເຮັດໃນສິ່ງທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ສາຍຕາຂອງພຣະຢາເວ

ນີ້ "ຕາ" ສະແດງເຖິງຄວາມຄິດຫລືຄວາມຄິດເຫັນ. ອາດແປໄດ້ອີກວ່າ: "ອີງຕາມພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)