lo_tn/deu/12/05.md

2.1 KiB

ສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງທ່ານຈະເລືອກອອກມາຈາກເຜົ່າຕ່າງໆທັງຫມົດຂອງພວກທ່ານເພື່ອສະຖາປານາພຣະນາມຂອງພຣະອົງ

ໃນນີ້ “ນາມຂອງພະອົງ” ຫມາຍເຖິງພຣະເຈົ້າເອງ. ພຣະຢາເວຈະເລືອກສະຖານທີ່ຫນຶ່ງທີ່ພຣະອົງຈະສະຖິດຢູ່ ແລະ ຜູ້ຄົນຈະມານະມັດສະການພຣະອົງຢູ່ທີ່ນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເປັນສະຖານທີ່ ທີ່ພວກທ່ານຈະໄປ

ພວກເຂົາຈະໄປນະມັດສະການບ່ອນທີ່ພຣະເຈົ້າກຳຫນົດໃຫ້.

ຂອງຖວາຍຕ່າງໆທີ່ນຳມາໂດຍມືຂອງທ່ານ

ໃນນີ້ "ມື" ເປັນຕົວແທນຂອງຜູ້ຄົນທັງຫມົດ. ອາດແປໄດ້ອີກວ່າ: "ເຄື່ອງຖວາຍທີ່ທ່ານນຳມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ອງຖວາຍເເກ້ບົນຕ່າງໆຂອງພວກທ່ານ, ຂອງຖວາຍຕາມສະຫມັກໃຈຂອງພວກທ່ານ

"ເຄື່ອງຖວາຍຂອງທ່ານເພື່ອແກ້ບົນຄຳປະຕິຍານ, ເຄື່ອງຖວາຍທີ່ສະຫມັກໃຈຂອງທ່ານ." ໃນນີ້ແມ່ນປະເພດເຄື່ອງຖວາຍບູຊາ.

ຜົນທຳອິດຂອງຝູງສັດຕ່າງໆຂອງພວກເຂົາ

ພຣະເຈົ້າຮຽກຮ້ອງໃຫ້ປະຊາຊົນເອົາສັດລ້ຽງໂຕຜູ້ທີ່ເກີດໃຫມ່ຖວາຍແດ່ພຣະອົງ.