lo_tn/deu/12/03.md

1.9 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊຍັງຄົງເວົ້າກັບປະຊາຊົນອິດສະຣາເອນຢູ່.

ພວກທ່ານຕ້ອງທຳລາຍເເທ່ນບູຊາຕ່າງໆ

"ທ່ານຕ້ອງທັບມ້າງແທ່ນບູຊາຂອງຊົນຊາດເຫລົ່ານັ້ນ" ຫລື "ທ່ານຕ້ອງທຳລາຍແທ່ນບູຊາຂອງປະເທດເຫລົ່ານັ້ນ"

ຈົ່ງທຸບເສົາຫີນຂອງພວກເຂົາໃຫ້ຫມຸ່ນ

"ແຍກອອກເປັນຊິ້ນສ່ວນ" ຫລື "ທັບ"

ລົບຊື່ພະເຫລົ່ານັ້ນອອກ

ໃນນີ້ "ຊື່ຂອງພວກເຂົາ" ສະແດງເຖິງ "ຄວາມຊົງຈຳຂອງພວກເຂົາ." ອາດແປໄດ້ອີກວ່າ: "ທຳລາຍຢ່າງສິ້ນເຊີງເພື່ອບໍ່ມີໃຜຈື່ພວກເຂົາໄດ້" ຫລື "ທຳລາຍສິ່ງໃດທີ່ເປັນຕົວແທນຂອງພະປອມເຫລົ່ານີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສະຖານທີ່ນັ້ນ

ໃນນີ້ຫມາຍເຖິງແຕ່ລະສະຖານທີ່ ທີ່ປະຊາຊາດໄດ້ເຄົາລົບບູຊາພະຂອງພວກເຂົາ.

ພວກທ່ານບໍ່ໄດ້ນະມັດສະການພຣະຢາເວຂອງພວກທ່ານເເບບນັ້ນ

"ທ່ານບໍ່ຄວນນະມັດສະການ ພຣະຢາເວພຣະເຈົ້າຂອງທ່ານຄືກັບຊົນຊາດເຫລົ່ານັ້ນທີ່ນະມັດສະການພະຂອງພວກເຂົາ"