lo_tn/deu/11/26.md

3.9 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນນີ້ໂມເຊສະຫລຸບສອງທາງເລືອກທີ່ປະຊາຊົນອິດສະຣາເອນສາມາດເລືອກໄດ້. ພວກເຂົາສາມາດເລືອກທີ່ຈະເຊື່ອຟັງ ແລະໄດ້ຮັບພອນຂອງພຣະເຈົ້າຫລືພວກເຂົາສາມາດເລືອກທີ່ຈະບໍ່ເຊື່ອຟັງ ແລະ ໄດ້ຮັບການລົງໂທດຈາກພຣະເຈົ້າ.

ເບິ່ງສາ

"ເອົາໃຈໃສ່"

ຂ້ານ້ອຍຕັ້ງພຣະພອນ ເເລະຄຳສາບເເຊ່ງຕໍ່ ຫນ້າພວກທ່ານໃນວັນນີ້

ອະນຸຍາດໃຫ້ຜູ້ຄົນເລືອກວ່າພວກເຂົາຢາກໃຫ້ພຣະເຈົ້າອວຍພອນພວກເຂົາຫລືສາບແຊ່ງ, ພວກເຂົາແມ່ນເວົ້າເຖິງຄຳອວຍພອນ ແລະ ຄຳສາບແຊ່ງເປັນຕົວເລືອກທີ່ໂມເຊກຳລັງສ້າງຂຶ້ນຢູ່ຕໍ່ພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະພອນ

ຄຳນາມທີ່ເປັນນາມມະທຳນີ້ສາມາດຖືກກ່າວເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ພຣະເຈົ້າຈະອວຍພອນທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄຳສາບແຊ່ງ

ຄຳນາມທີ່ເປັນນາມມະທຳນີ້ ສາມາດຖືກກ່າວເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ພຣະເຈົ້າຈະສາບແຊ່ງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຖ້າຫາກພວກທ່ານບໍ່ເຊື່ອຟັງບັນຍັດຂອງພຣະຢາເວພຣະເຈົ້າຂອງພວກທ່ານໃນວັນນີ້, ເພື່ອໄປຕິດຕາມພະອື່ນໆ

ຄຳສັ່ງຂອງພຣະຜູ້ເປັນເຈົ້າທີ່ໂມເຊກຳລັງບອກປະຊາຊົນແມ່ນເວົ້າຄືກັບວ່າພວກເຂົາໄດ້ຢູ່ໃນວິຖີທາງ ຫລືເສັ້ນທາງຂອງພຣະເຈົ້າ. ການບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຖືກກ່າວເຖິງຄືວ່າຄົນເຮົາຈະຫັນໄປສູ່ທິດທາງອື່ນທີ່ຫ່າງໄກຈາກພຣະຢາເວເພື່ອຕິດຕາມພຣະອື່ນ. ອາດແປໄດ້ອີກວ່າ: "ແຕ່ຈົ່ງຢຸດເຊື່ອຟັງສິ່ງທີ່ເຮົາສັ່ງໃຫ້ເຈົ້າໃນມື້ນີ້, ເພື່ອນະມັດສະການພະເຈົ້າອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂາບໄຫວ້ບັນດາພະອື່ນ ທີ່ພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ

ນີ້ຫມາຍເຖິງບັນດາພະເຈົ້າທີ່ຄົນອື່ນເປັນກຸ່ມ ບູຊາ. ຊາວອິດສະຣາແອນຮູ້ຈັກພຣະຢາເວ ເພາະວ່າພຣະອົງຊົງໄດ້ເປີດເຜີຍຕົວເອງໃຫ້ພວກເຂົາ ແລະພວກເຂົາໄດ້ປະສົບກັບອຳນາດຂອງພຣະອົງ.