lo_tn/deu/11/20.md

2.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ເວົ້າກັບປະຊາຊົນອິດສະຣາເອນຕໍ່ໄປ.

ພວກທ່ານຈະຂຽນຖ້ອຍຄຳເຫລົ່ານີ້ເອົາໄວ້ເທິງປະຕູບ້ານຂອງພວກທ່ານເເລະທີ່ປະຕູເມືອງຂອງພວກທ່ານ

ແປຄຳເຫລົ່ານີ້ຕາມທີ່ທ່ານໄດ້ແປໃນ 6: 8.

ເພື່ອວັນເວລາຂອງພວກທ່ານເເລະວັນເວລາຂອງລູກຫລານຂອງທ່ານຈະທະວີຂຶ້ນ

ໃນນີ້ "ວັນ" ສະແດງເຖິງໄລຍະເວລາທີ່ຍາວຂຶ້ນ. ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພື່ອວ່າພຣະຢາເວອາດຈະເຮັດໃຫ້ທ່ານ ແລະລູກຫລານຂອງທ່ານມີຊີວິດຢູ່ໄດ້ດົນນານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ໄວ້ກັບບັນດາບັນພະບູລຸດຂອງພວກທ່ານ

ໃນນີ້ໝາຍເຖິງອັບຣາຮາມ, ອີຊາກ ແລະຢາໂຄບ.

ວ່າຈະປະທານໃຫ້ພວກເຂົາຕາບທີ່ທ້ອງຟ້າຍັງຢູ່ເຫນືອເເຜ່ນດິນໂລກ

ໃນນີ້ປຽບທຽບໄລຍະເວລາທີ່ປະຊາຊົນສາມາດຢູ່ໃນດິນແດນນັ້ນໄດ້ກັບທ້ອງຟ້າຈະຢູ່ເຫນືອແຜ່ນດິນໂລກນີ້ອີກດົນເທົ່າໃດ. ນີ້ແມ່ນວິທີການເວົ້າ "ຕະຫລອດໄປ". ອາດແປໄດ້ອີກວ່າ: "ໃຫ້ພວກເຂົາເປັນເຈົ້າຂອງຕະຫລອດໄປ" ຫລື "ອະນຸຍາດໃຫ້ພວກເຂົາອາໄສຢູ່ບ່ອນນັ້ນຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)