lo_tn/deu/11/16.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນຕໍ່ໄປ.

ຈົ່ງເອົາໃຈໃສ່ຕົວຂອງພວກທ່ານ

"ລະມັດລະວັງ" ຫລື "ລະວັງ"

ເພື່ອວ່າຫົວໃຈຂອງພວກທ່ານຈະບໍ່ຖືກຫລອກລວງ

ໃນນີ້“ ຫົວໃຈ” ສະແດງເຖິງຄວາມປາຖະຫນາຫລືຄວາມຄິດຂອງບຸກຄົນ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພື່ອວ່າຄວາມປາຖະຫນາຂອງທ່ານບໍ່ຫລອກລວງທ່ານ" ຫລື "ເພື່ອວ່າທ່ານຈະບໍ່ຫລອກລວງຕົວທ່ານເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ພວກທ່ານຫັນອອກໄປເເລະນະມັດສະການພະອື່ນ

ການປະຕິເສດພຣະຢາເວ ແລະການນະມັດສະການພະເຈົ້າອື່ນນັ້ນເວົ້າເຖິງວ່າບຸກຄົນນັ້ນຈະຫັນຫນ້າ ແລະ ໄປໃນທິດທາງທີ່ຕ່າງຈາກພຣະຢາເວ. ອາດແປໄດ້ອີກວ່າ: "ເຈົ້າເລີ່ມນະມັດສະການພະອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອວ່າຄວາມໂກດຮ້າຍຂອງພຣະຢາເວຈະບໍ່ພຸ່ງຂຶ້ນຕໍ່ສູ້ພວກທ່ານ

ພຣະເຈົ້າໂກດ້າຍແມ່ນເວົ້າເຖິງຄືກັບວ່າມັນແມ່ນໄຟທີ່ກຳລັງເລີ່ມໄຫມ້. ສາມາດຖືກລະບຸໄວ້ໃນຮູບແບບກົງ. ອາດແປໄດ້ອີກວ່າ: "ເພື່ອວ່າພຣະຢາເວຈະບໍ່ໂກດແຄ້ນຕໍ່ທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ເພື່ອວ່າພຣະອົງຈະບໍ່ປິດທ້ອງຟ້າໃຫ້ມີຝົນ, ເເລະເເຜ່ນດິນນັ້ນຈະບໍ່ຜະລິດຜົນ

ພຣະເຈົ້າເຮັດໃຫ້ບໍ່ມີຝົນຕົກລົງມາຈາກທ້ອງຟ້າເວົ້າຄືກັບວ່າພຣະອົງຈະປິດທ້ອງຟ້າ. ອາດແປໄດ້ອີກວ່າ: "ເພື່ອວ່າພຣະອົງຈະບໍ່ເຮັດໃຫ້ຝົນເຊົາຕົກຈາກຟ້າເພື່ອວ່າພືດຈະບໍ່ເຕີບໃຫຍ່ໃນແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)