lo_tn/deu/11/13.md

2.6 KiB

ມັນຈະເກີດຂຶ້ນ, ຖ້າ

ໃນນີ້ຫມາຍຄວາມວ່າສິ່ງທີ່ພຣະຢາເວສັນຍາຈະເກີດຂື້ນຖ້າຊາວອິດສະຣາເອນເຊື່ອຟັງຄຳສັ່ງຂອງພຣະອົງ.

ທີ່ຂ້ານ້ອຍໄດ້ບັນຊາ

ໃນນີ້“ ຂ້ານ້ອຍ” ຫມາຍເຖິງໂມເຊ.

ດ້ວຍສຸດຈິດດ້ວຍສຸດໃຈຂອງພວກທ່ານ

ສຳນວນນີ້ "ສຸດໃຈທັງຫມົດຂອງທ່ານ" ຫມາຍຄວາມວ່າ "ທັງຫມົດທັງມວນ" ແລະ "ສຸດ ... ຈິດວິນຍານ" ຫມາຍຄວາມວ່າ "ດ້ວຍທັງຫມົດຂອງທ່ານທີ່ເປັນຢູ່." ສອງປະໂຫຍກນີ້ມີຄວາມຫມາຍ ຄ້າຍຄືກັນ. ເບິ່ງວິທີທີ່ແປຄຳນີ້ໃນ 4:29. ອາດແປໄດ້ອີກວ່າ: "ດ້ວຍທັງຫມົດຂອງເຈົ້າທີ່ເປັນຢູ່" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])

ພຣະອົງຈະປະທານນຳ້ຝົນໃນເເຜ່ນດິນຂອງພວກທ່ານຕາມລະດູການຂອງມັນ

"ເຮົາຈະເຮັດໃຫ້ຝົນຕົກໃນດິນຂອງເຈົ້າໃນລະດູທີ່ເຫມາະສົມ"

ເຮົາຈະປະທານ

ໃນນີ້ "ເຮົາ" ຫມາຍເຖິງພຣະຢາເວ. ໃນນີ້ສາມາດລະບຸໄດ້ເປັນບຸກຄົນທີສາມ. ອາດແປໄດ້ອີກວ່າ: "ພຣະຢາເວຈະປຣະທານ" ຫລື "ພຣະອົງຈະໃຫ້"

ຝົນຕົ້ນລະດູເເລະຝົນປາຍລະດູ

ສິ່ງນີ້ຫມາຍເຖິງຝົນໃນຕົ້ນລະດູການຫວ່ານເມັດພືດແລະ ຝົນເພື່ອການເຕີບໃຫຍ່ຂອງພືດເພື່ອເກັບກ່ຽວ. ອາດແປໄດ້ອີກວ່າ: "ລະດູຝົນດູໃບໄມ້ຫລົ່ນ ແລະລະດູຝົນໃນລະດູໃບໄມ້ປົ່ງ" ຫລື "ຝົນໃນລະດູທີ່ ເຫມາະສົມ"