lo_tn/deu/11/10.md

2.5 KiB

ຫົດນ້ຳດ້ວຍຕີນຂອງພວກທ່ານ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) “ ຕີນ” ແມ່ນຕົວວັດແທກທີ່ເປັນຕົວແທນໃຫ້ແກ່ການເຮັດວຽກຫນັກໃນການຍ່າງເພື່ອເອົານ້ຳໄປໃສ່ນາ ຫລື 2) ພວກເຂົາຈະໃຊ້ຕີນຂອງພວກເຂົາເພື່ອຫມູນລໍ້ນ້ຳເພື່ອສົ່ງນຳ້ໃຫ້ແກ່ທົ່ງນາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສວນພືດພັນຕ່າງໆ

"ສວນຜັກ" ຫລື "ສວນທີ່ປູກຜັກ"

ກິນນຳ້ທີ່ເປັນນຳ້ຝົນຈາກສະຫວັນ

ເນື້ອທີ່ດິນທີ່ໄດ້ຮັບ ແລະ ດູດຝົນຫລາຍ ເວົ້າໄດ້ຄືກັບວ່າດິນໄດ້ດື່ມນໍ້າ. ອາດແປໄດ້ອີກວ່າ: "ຝົນທີ່ຕົກລົງມາຈາກທ້ອງຟ້າເຮັດໃຫ້ມີນຳ້ຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ສາຍຕາຂອງພຣະຢາເວພຣະເຈົ້າຂອງພວກທ່ານຊົງເຝົ້າເຫນືອເເຜ່ນດິນນັ້ນສະເຫມີ

ໃນນີ້ "ຕາ" ສະແດງເຖິງຄວາມເອົາໃຈໃສ່ ແລະການເບິ່ງແຍງ. ອາດແປໄດ້ອີກວ່າ: "ພຣະຢາເວພຣະເຈົ້າຂອງເຈົ້າເຝົ້າເບິ່ງມັນຢູ່ສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈາກວັນເລີ່ມຕົ້ນຂອງປີໄປຈົນເຖິງວັນສຸດທ້າຍຂອງປີ

ສອງຄຳເວົ້າສຸດຍອດນີ້ "ເລີ່ມຕົ້ນ" ແລະ "ສິ້ນສຸດ" ຖືກໃຊ້ຮ່ວມກັນເພື່ອຫມາຍເຖິງຫມົດທັງປີ. ອາດແປໄດ້ອີກວ່າ: "ຢ່າງຕໍ່ເນື່ອງຕະຫລອດປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)