lo_tn/deu/10/20.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນໆຫນຶ່ງ, ສະນັ້ນຄຳວ່າ “ຂອງເຈົ້າ” ແລະ “ເຈົ້າ” ແມ່ນຄົນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈະນະມັດສະການພຣະອົງ

"ພຣະອົງແມ່ນຜູ້ທີ່ທ່ານຕ້ອງນະມັດສະການ"

ທ່ານຕ້ອງຜູກພັນຢູ່ກັບພຣະອົງ

ການທີ່ຈະມີຄວາມສຳພັນທີ່ດີກັບພຣະຢາເວ ແລະເພິ່ງພາອາໄສພຣະອົງຢ່າງສົມບູນແມ່ນເວົ້າເຖິງວ່າຄົນນັ້ນຕ້ອງຍຶດຕິດກັບກັບພຣະອົງ. ອາດແປໄດ້ອີກວ່າ: "ທ່ານຕ້ອງເພິ່ງພາພຣະອົງ" ຫລື "ພຣະອົງແມ່ນຜູ້ທີ່ທ່ານຕ້ອງເພິ່ງພາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເລະ ສາບານໂດຍພຣະນາມຂອງພຣະອົງ

ການສາບານໂດຍໃຊ້ນາມຊື່ຂອງພຣະຢາເວ ຫມາຍຄວາມວ່າຈະເຮັດໃຫ້ພຣະຢາເວເປັນພື້ນຖານຫລືມີອຳນາດໃນຄຳສາບານທີ່ເຮັດຂຶ້ນ. ທີ່ນີ້ "ພຣະນາມ" ເປັນຕົວແທນໃຫ້ແກ່ພຣະຢາເວ. ເບິ່ງວິທີທີ່ແປປະໂຫຍກທີ່ຄ້າຍຄືກັນນີ້ໃນ 6:13. ອາດແປໄດ້ອີກວ່າ: "ທ່ານຈະສາບານ ແລະຂໍໃຫ້ພຣະຢາເວຢືນຢັນ" ຫລື "ເມື່ອທ່ານສາບານທ່ານຈະເອີ່ຍພຣະນາມຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕາມທີ່ດວງຕາຂອງພວກທ່ານໄດ້ເເນມເຫັນນັ້ນ

ໃນນີ້ “ ຕາ” ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ທີ່ທ່ານເອງໄດ້ເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພຣະອົງຄືຄຳສັນລະເສີນຂອງພວກທ່ານ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະອົງແມ່ນຜູ້ທີ່ທ່ານຕ້ອງສັນລະເສີນ" ຫລື 2) "ແມ່ນຍ້ອນວ່າທ່ານນະມັດສະການພຣະອົງທີ່ວ່າຄົນອື່ນຈະຍ້ອງຍໍທ່ານ"