lo_tn/deu/10/12.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ບັດນີ້, ອິດສະຣາເອນເອີຍ

ໃນນີ້ປະໂຫຍກ “ ອິດສະຣາເອນເອີຍ” ຫມາຍເຖິງປະຊາຊົນອິດສະຣາເອນ. ອາດແປໄດ້ອີກວ່າ: "ດຽວນີ້, ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຢາເວພຣະເຈົ້າຂອງພວກທ່ານ, ບໍ່ໄດ້ຊົງຕ້ອງການສິ່ງໃດຈາກພວກທ່ານ, ນອກຈາກຄວາມຢຳເກງ...ເພື່ອຜົນດີຂອງພວກທ່ານເອງບໍ່ເເມ່ນບໍ?

ໂມເຊໃຊ້ຄຳຖາມເພື່ອສອນຊາວອິດສະຣາເອນ. ຄຳຖາມທີ່ເປັນຄຳໂວຫານນີ້ສາມາດແປເປັນປະໂຫຍກໄດ້ຄື. ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ພຣະເຢໂຫວາ ພຣະເຈົ້າຂອງເຈົ້າຮຽກຮ້ອງໃຫ້ເຈົ້າເຮັດ: ຕ້ອງຢຳເກງ ... ເພື່ອເປັນຜົນດີຂອງເຈົ້າເອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພື່ອດຳເນີນວີຖີທັງຫມົດຂອງພຣະອົງ

ໂມເຊເວົ້າຄືກັບວ່າເຊື່ອຟັງພຣະຢາເວປຽບເຫມືອນການເດີນຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ເຊື່ອຟັງຄຳສັ່ງທັງຫມົດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍສິ້ນສຸດໃຈຂອງພວກທ່ານ, ເເລະດ້ວຍສິ້ນສຸດຈິດຂອງພວກທ່ານ

ເປັນສຳນວນ "ດ້ວຍຫົວໃຈຂອງທ່ານທັງຫມົດ" ຫມາຍຄວາມວ່າ "ທັງຫມົດທັງມວນ" ແລະ "ດ້ວຍຈິດວິນຍານຂອງທ່ານທັງຫມົດ" ຫມາຍຄວາມວ່າ "ຄວາມທັງຫມົດທີ່ທ່ານມີຢູ່." ປະໂຫຍກສອງຢ່າງນີ້ມີຄວາມຫມາຍຄ້າຍຄືກັນ. ເບິ່ງວິທີທີ່ແປຄຳນີ້ໃນ 4:29. ອາດແປໄດ້ອີກວ່າ: "ດ້ວຍທັງຫມົດຂອງເຈົ້າ" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])