lo_tn/deu/09/25.md

2.1 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງເຕືອນປະຊາຊົນອິດສະຣາເອນໄປກ່ຽວກັບສິ່ງທີ່ເກີດຂຶ້ນໃນອະດີດ.

ກົ້ມຫນ້າລົງຕໍ່ພຣະຢາເວ

"ຫມູບຫນ້າຂອງເຮົາລົງເທິງພື້ນດິນ." ແປປະໂຫຍກນີ້ຕາມ 9:17..

ສີ່ສິບວັນສີ່ສິບຄືນ

"40 ວັນແລະ 40 ຄືນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ພຣະອົງໄດ້ໄຖ່

ໂມເຊເວົ້າຄືກັບວ່າພຣະຢາເວໄດ້ຊ່ວຍຊາວອິດສະຣາເອນໂດຍການຈ່າຍເງິນເພື່ອປົດປ່ອຍພວກເຂົາອອກຈາກການເປັນຂ້າທາດ. ອາດແປໄດ້ວ່າ: "ພຣະອົງໄດ້ຊ່ວຍກອບກູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໂດຍຄວາມຍິ່ງໃຫຍ່ຂອງພຣະອົງ

ຄຳວ່າ "ຄວາມຍິ່ງໃຫຍ່" ແມ່ນຄຳປຽບທຽບສຳລັບອຳນາດທີ່ຍິ່ງໃຫຍ່ຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຜ່ານອຳນາດອັນຍິ່ງໃຫຍ່ຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດ້ວຍພະຫັດອັນຊົງລິດ

ໃນນີ້ “ພະຫັດອັນຊົງລິດ” ຫມາຍເຖິງລິດເດດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ດ້ວຍອຳນາດອັນຍິ່ງໃຫຍ່ຂອງພຣະອົງ." ຄໍາເວົ້າທີ່ຄ້າຍຄືກັນນີ້ຍັງປາກົດຢູ່ໃນ 4:34. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)