lo_tn/deu/09/22.md

2.4 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງເຕືອນປະຊາຊົນອິດສະຣາເອນໄປກ່ຽວກັບສິ່ງທີ່ເກີດຂຶ້ນໃນອະດີດ.

ຕາເບຣາ...ມັດສາ...ກິບໂຣດ...ຮັດຕາອາວາ

ນີ້ແມ່ນຊື່ຂອງສະຖານທີ່ຕ່າງໆທີ່ປະຊາຊົນອິດສະຣາເອນໄດ້ຜ່ານໄປໃນຂະນະທີ່ພວກເຂົາຢູ່ໃນຖິ່ນແຫ້ງແລ້ງກັນດານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຈົ່ງຂຶ້ນໄປ

ພວກເຂົາຢູ່ໃນພື້ນທີ່ຕຳ່, ແລະ ແຜ່ນດິນທີ່ພຣະຢາເວໄດ້ບອກພວກເຂົາໃຫ້ຄອບຄອງຢູ່ໃນເນີນພູ, ດັ່ງນັ້ນພວກເຂົາຕ້ອງໄດ້ຂຶ້ນໄປບ່ອນສູງເພື່ອໄປຊອກຫາ.

ໄດ້ກະບົດຕໍ່ພຣະບັນຍັດ

ຄຳວ່າ “ບັນຍັດ” ແມ່ນຄຳສັບສຳລັບພຣະຢາເວເອງ. ອາດແປໄດ້ອີກວ່າ: "ກະບົດຕໍ່ພຣະຢາເວ; ທ່ານບໍ່ໄດ້ເຊື່ອຟັງບັນຍັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຟັງສຽງຂອງພະອົງ

ໃນນີ້ "ສຽງຂອງພຣະອົງ" ຫມາຍຄວາມວ່າສິ່ງທີ່ພຣະເຈົ້າໄດ້ກ່າວ. ອາດແປໄດ້ອີກວ່າ: "ເຊື່ອຟັງສິ່ງທີ່ພຣະອົງກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນັບຈາກວັນນັ້ນທີ່ຂ້ານ້ອຍໄດ້ຮູ້ຈັກພວກທ່ານ

"ຕັ້ງແຕ່ເວລາທີ່ເຮົາເລີ່ມຕົ້ນນຳພາເຈົ້າ." ການແປບາງພາສາອ່ານວ່າ "ຕັ້ງແຕ່ມື້ທີ່ພຣະອົງຮູ້ຈັກທ່ານ," ມື້ທີ່ພຣະຢາເວໄດ້ຮູ້ພວກເຂົາກ່ອນແລ້ວ.