lo_tn/deu/07/25.md

4.0 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ເວົ້າຕໍ່ຊາວອິດສະຣາເອນເຖິງຖ້ອຍຄຳຂອງພຣະຢາເວ. ໃນຂໍ້ທີ 25 ລາວເວົ້າກັບກຸ່ມຕໍ່ກຸ່ມ, ດັ່ງນັ້ນຄຳວ່າ "ເຈົ້າ" ແມ່ນອ້າງເຖິງຫລາຍຄົນ, ແຕ່ໃນຂໍ້ທີ 26 ລາວເວົ້າຄືກັບວ່າຊາວອິດສະຣາເອນເປັນຄົນໆຫນຶ່ງ, ສະນັ້ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພວກທ່ານຈະເຜົາ

ນີ້ແມ່ນຄຳສັ່ງ.

ຮູບເເກະສະຫລັກຕ່າງໆຂອງພວກເຂົາ

"ພະຂອງຊົນຊາດອື່ນໆ"

ຢ່າຄິດຢາກໄດ້ເງິນ...ທ່ານຈະຕິດກັບດັກຂອງມັນ

ຄຳເຫລົ່ານີ້ເພີ່ມເຕີມຄຳແນະນຳໃຫ້ໃນການເຜົາຮູບເຄົາລົບ.

ທ່ານຈະຕິດກັບດັກຂອງມັນເພາະສິ່ງເຫລົ່ານັ້ນ

ເຖິງແມ່ນວ່າການເອົາຄຳຫລືເງິນໃນຮູບປັ້ນຕ່າງໆກໍ່ອາດຈະເຮັດໃຫ້ຜູ້ຄົນເລີ່ມນະມັດສະການເຂົາ. ໂດຍການເຮັດສິ່ງນີ້ພວກເຂົາຈະກາຍເປັນຄືກັບສັດທີ່ຖືກດັກຈັບໄດ້. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ມັນຈະກາຍເປັນກັບດັກສຳລັບທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ເພາະສິ່ງເຫລົ່ານັ້ນເປັນທີ່ຫນ້າກຽດຂອງພຣະຢາເວພຣະເຈົ້າຂອງພວກທ່ານ

ຖ້ອຍຄຳເຫລົ່ານີ້ບອກເຫດຜົນທີ່ວ່າເປັນຫຍັງພຣະຢາເວຈຶ່ງຢາກໃຫ້ປະຊາຊົນເຜົາຮູບເຄົາລົບ. "ເຮັດສິ່ງນີ້ເພາະວ່າພຣະອົງກຽດຊັງມັນຫລາຍ"

ພວກທ່ານຈະລັງກຽດ ເເລະ ຊັງສິ່ງເຫລົ່ານັ້ນ

ຄຳວ່າ "ລັງກຽດ" ແລະ "ກຽດຊັງ" ຫມາຍເຖິງສິ່ງດຽວກັນ ແລະເນັ້ນຫນັກເຖິງຄວາມຮຸນແຮງຂອງຄວາມກຽດຊັງ. ອາດແປໄດ້ອິກວ່າ: "ເຈົ້າຈະກຽດຊັງແທ້ໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເພາະມັນເປັນສິ່ງທີ່ຖືກເເຍກອອກເພື່ອການທຳລາຍ

ພຣະຢາເວສາບແຊ່ງບາງສິ່ງບາງຢ່າງ ແລະສັນຍາວ່າຈະທຳລາຍມັນຖືກເວົ້າເຖິງຄືກັບວ່າພຣະຢາເວກຳລັງຕັ້ງຈຸດປະສົງນອກເຫນືອຈາກສິ່ງອື່ນ. ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສຳລັບພຣະຢາເວໄດ້ຕັ້ງມັນໄວ້ເພື່ອທຳລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])