lo_tn/deu/07/17.md

3.0 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວຕໍ່ປະຊາຊົນອິດສະຣາເອນເຖິງຄຳເວົ້າຂອງພຣະຢາເວ ຄືກັບວ່າຊົນອິດສະຣາເອນເປັນຄົນໆຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຖ້າພວກທ່ານກ່າວໃນໃຈຂອງພວກທ່ານ...ຢ່າຢ້ານເລີຍ

ປະຊາຊົນບໍ່ຄວນຢ້ານກົວເຖິງແມ່ນວ່າພວກເຂົາຈະສັງເກດເຫັນວ່າຊົນຊາດຕ່າງໆເຂັ້ມແຂງກວ່າພວກເຂົາ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າທ່ານຈະເວົ້າໃນໃຈຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ກ່າວໃນໃຈຂອງພວກທ່ານ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຄິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຮົາຈະຂັບໄລ່ພວກເຂົາໄປໄດ້ເເນວໃດ?

ໂມເຊໃຊ້ຄຳຖາມເພື່ອເນັ້ນຫນັກວ່າປະຊາຊົນອາດຈະຮູ້ສຶກຢ້ານກົວຕໍ່ຊົນຊາດອື່ນ. ຄຳຖາມນີ້ສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້ອຍບໍ່ສາມາດເອົາຊະນະພວກເຂົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກທ່ານຈະລະນຶກເຖິງ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ທ່ານຕ້ອງຈື່ຈຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃນຕາຂອງພວກທ່ານໄດ້ເຫັນ

ໃນທີ່ນີ້ "ຕາ" ຫມາຍເຖິງສິ່ງທີ່ຜູ້ຄົນໄດ້ເຫັນ. ອາດແປໄດ້ອີກວ່າ: "ທີ່ທ່ານໄດ້ເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພະຫັດອັນຊົງລິດ ເເລະແຂນທີ່ຢຽດອອກ

ໃນນີ້“ ພະຫັດອັນຊົງລິດ” ແລະ “ແຂນທີ່ຢຽດອອກ” ແມ່ນຄຳປຽບທຽບສຳລັບອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ແລະລິດອຳນາດທີ່ຍິ່ງໃຫຍ່." ແປປະໂຫຍກນີ້ຄືຢູ່ໃນ 4:34. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)