lo_tn/deu/07/14.md

3.2 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວຕໍ່ປະຊາຊົນອິດສະຣາເອນເຖິງຄຳເວົ້າຂອງພຣະຢາເວ ຄືກັບວ່າຊົນອິດສະຣາເອນເປັນຄົນໆຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພວກທ່ານຈະໄດ້ຮັບການອວຍພອນຫລາຍຂຶ້ນກວ່າຊົນຊາດອື່ນໆ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະອວຍພອນເຈົ້າຫລາຍກວ່າທີ່ເຮົາອວຍພອນຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈະບໍ່ມີຜູ້ຊາຍທີ່ເປັນຫມັນ ເເລະ ຜູ້ຍິງທີ່ເປັນຫມັນທ່າມກາງພວກທ່ານ ຫລື ທ່າມກາງຝູງສັດພວກທ່ານ

ໂມເຊໃຊ້ຄຳເວົ້າທາງລົບເພື່ອເນັ້ນຫນັກວ່າພວກເຂົາທຸກຄົນຈະສາມາດມີລູກໄດ້. ໃນນີ້ອາດຈະຖືກລະບຸໄວ້ໃນຮູບແບບບວກ. ອາດແປໄດ້ອີກວ່າ: "ທຸກໆຄົນຈະສາມາດມີລູກ ແລະຝູງສັດຂອງທ່ານຈະສາມາດແຜ່ພັນໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ທ່າມກາງພວກທ່ານ...ຝູງສັດພວກທ່ານ

ຄຳເວົ້າທີ່ວ່າ "ເຈົ້າ" ແລະ "ຂອງເຈົ້າ" ໃນນີ້ແມ່ນອ້າງເຖິງຫລາຍຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ກຳຈັດໂຣກໄພທັງຫລາຍອອກໄປຈາກພວກທ່ານ

"ໃຫ້ແນ່ໃຈວ່າທ່ານຈະບໍ່ເຈັບປ່ວຍ" ຫລື "ເຮັດໃຫ້ທ່ານມີສຸຂະພາບແຂງແຮງ"

ຈະບໍ່ມີໂຣກຮ້າຍ...ພຣະອົງຈະເຮັດໃຫ້ເກີດຂຶ້ນກັບພວກທ່ານ, ເເຕ່ພຣະອົງຈະເຮັດໃຫ້ເກີດຂຶ້ນກັບບັນດາຄົນເຫລົ່ານັ້ນທີ່ຊັງພວກທ່ານ

ໂມເຊເວົ້າຄືກັບວ່າພະຍາດເປັນເລື່ອງຫນັກ ຫນາທີ່ພຣະຢາເວຈະເອົາມາໃສ່ເທິງຜູ້ຄົນ. ອາດແປໄດ້ອີກວ່າ: "ພຣະອົງຈະບໍ່ເຮັດໃຫ້ທ່ານເຈັບປ່ວຍກັບພະຍາດຊົ່ວຮ້າຍໃດໆ ... ແຕ່ຈະເຮັດໃຫ້ສັດຕູຂອງທ່ານເຈັບປ່ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)