lo_tn/deu/07/07.md

2.7 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວກັບຊາວອິດສະຣາເອນເຖິງຖ້ອຍຄຳຂອງພຣະຢາເວ. ທຸກໆຄຳວ່າ "ເຈົ້າ" ແລະ "ຂອງເຈົ້າ" ແມ່ນອ້າງເຖິງຫລາຍຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ບໍ່ໄດ້ຮັກພວກທ່ານ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ບໍ່ໄດ້ຮັກທ່ານຫລາຍກວ່າທີ່ພຣະອົງຮັກຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພະຫັດອັນຊົງຣິດ

ໃນນີ້ “ພະຫັດອັນຊົງຣິດ” ຫມາຍເຖິງຣິດເດດຂອງພຣະອົງ. ອາດແປໄດ້ອີກວ່າ: "ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ." ຄຳສັບເຫລົ່ານີ້ຍັງປາກົດຢູ່ໃນ 4:34. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ໄຖ່ພວກທ່ານ, ອອກຈາກເຮືອນທາດ

ໂມເຊເວົ້າເຖິງພຣະຢາເວໃນການຊ່ວຍກູ້ຊາວອິດສະຣາເອນໃຫ້ພົ້ນຈາກການເປັນທາດຄືກັບວ່າພຣະອົງໄດ້ຈ່າຍເງິນໃຫ້ເຈົ້າຂອງຂ້າທາດ. ອາດແປໄດ້ອີກວ່າ: "ໄດ້ຊ່ວຍທ່ານໃຫ້ພົ້ນຈາກການເປັນຂ້າທາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮືອນທາດ

ໃນທີ່ນີ້ຄຳປຽບທຽບ“ ເຮືອນທາດ” ຫມາຍ ເຖິງປະເທດເອຢິບ, ສະຖານທີ່ທີ່ປະຊາຊົນອິດສະຣາເອນຕົກເປັນທາດ. ອາດແປໄດ້ອີກວ່າ: "ອອກຈາກບ່ອນທີ່ທ່ານເຄີຍເປັນທາດ." ແປຄຳເຫລົ່ານີ້ຄືໃນ 6:10.

ເງື່ອມມືຂອງຟາໂຣ

ໃນນີ້ "ມື" ຫມາຍຄວາມວ່າ "ການຄວບຄຸມ." ອາດແປໄດ້ອີກວ່າ: "ການຄວບຄຸມຂອງກະສັດຟາຣາໂອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)