lo_tn/deu/06/10.md

12 lines
1.4 KiB
Markdown

# ຂໍ້ມູນທົ່ວໄປ:
ໂມເຊສືບຕໍ່ກ່າວຕໍ່ປະຊາຊົນອິດສະລາເອນເຖິງຄຳເວົ້າຂອງພຣະຢາເວ ຄືກັບວ່າຊົນຊາດອິດສະຣາເອນເປັນຄົນໆຫນຶ່ງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]])
# ເມືອງຕ່າງໆທີ່ກວ້າງໃຫຍ່ ເເລະ ດີທີ່ສຸດຊຶ່ງພວກທ່ານບໍ່ໄດ້ສ້າງ
ເມືອງທັງຫມົດນີ້ຈະເປັນຂອງຊົນຊາດອິດສະຣາເອນເມື່ອພວກເຂົາເອົາຊະນະຄົນໃນການາອານ.
# ອອກຈາກເຮືອນແຫ່ງການເປັນທາດ
ໃນທີ່ນີ້ແມ່ນຄຳປຽບທຽບ“ ເຮືອນແຫ່ງຄວາມເປັນຂ້າທາດ” ຫມາຍເຖິງປະເທດເອຢິບ, ສະຖານທີ່ທີ່ປະຊາຊົນອິດສະຣາເອນຕົກເປັນທາດ. ອາດແປໄດ້ອີກວ່າ: "ອອກຈາກບ່ອນທີ່ທ່ານເຄີຍເປັນທາດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])