lo_tn/deu/05/01.md

2.6 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ເອີ້ນປະຊາຊົນອິດສະຣາເອນທັງຫມົດ

ໂມເຊຢາກໃຫ້ທຸກຄົນໃນອິດສະຣາເອນໄດ້ຍິນແລະເຊື່ອຟັງຄຳກ່າວຂອງລາວ, ແຕ່ສຽງຂອງລາວອາດຈະບໍ່ດັງຈົນເຮັດໃຫ້ທຸກຄົນໄດ້ຍິນລາວແທ້ໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ທີ່ຂ້ານ້ອຍຈະກ່າວໃຫ້ຫູຂອງພວກທ່ານໄດ້ຍິນໃນວັນນີ້

ໃນນີ້ "ຫູ" ຫມາຍເຖິງຄົນທັງຫລາຍ. ຄຳປຽບທຽບນີ້ເນັ້ນຫນັກວ່າຜູ້ຄົນຮູ້ສິ່ງທີ່ໂມເຊໄດ້ເວົ້າກັບພວກເຂົາ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດເຮັດບາບໄດ້ ແລະ ເວົ້າວ່າພວກເຂົາບໍ່ຮູ້ວ່າພວກເຂົາກຳລັງເຮັດບາບ. ອາດແປໄດ້ອີກວ່າ: "ທີ່ຂ້ອຍຈະເວົ້າກັບເຈົ້າໃນມື້ນີ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ພຣະຢາເວບໍ່ໄດ້ຊົງເຮັດພັນທະສັນຍານີ້ຕໍ່ກັບບັນພະບູລຸດຂອງພວກເຮົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພະຢາເວບໍ່ພຽງແຕ່ເຮັດພັນທະສັນຍາກັບຜູ້ທີ່ຢູ່ໃນໂຮເຣບ; ພັນທະສັນຍາດັ່ງກ່າວຍັງຢູ່ກັບເຊື້ອສາຍອິດສະຣາເອນຕໍ່ມາ ຫລື 2) ພຣະຢາເວບໍ່ໄດ້ເຮັດພັນທະສັນຍານີ້ກັບບັນພະບຸລຸດທີ່ຢູ່ຫ່າງໄກຈາດພວກເຂົາ, ເຊັ່ນ, ອັບຣາຮາມ, ອີຊາກ, ແລະ ຢາໂຄບ; ແຕ່ແທນດ້ວຍ, ພັນທະສັນຍານີ້ໄດ້ເລີ່ມຕົ້ນກັບຊາວອິດສະລາແອນທີ່ເມືອງໂຮເຣບ.