lo_tn/deu/03/23.md

2.8 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງສືບຕໍ່ຕັກເຕືອນປະຊາຊົນອິດສະຣາເອນກ່ຽວກັບສິ່ງທີ່ເກີດຂຶ້ນໃນອະດີດ.

ຂ້ານ້ອຍທູນວ່າ

ໃນນີ້ “ຂ້ອຍ” ຫມາຍເຖິງໂມເຊ. ຫມາຍຄວາມວ່າລາວໄດ້ທູນຖາມພຣະເຈົ້າດ້ວຍຄວາມຈິງໃຈ, ແລະດ້ວຍຄວາມຮູ້ສຶກ.

ສຳເເດງເເກ່ຜູ້ຮັບໃຊ້ຂອງພຣະອົງ

ໃນນີ້ “ຜູ້ຮັບໃຊ້ຂອງທ່ານ” ແມ່ນວິທີການເວົ້າຢ່າງສຸພາບໃນການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີສິດອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ເພື່ອສະແດງໃຫ້ຂ້ານ້ອຍເຫັນ, ຜູ້ຮັບໃຊ້ຂອງພຣະອົງ,"

ເຖິງມືອັນເຂັ້ມເເຂງຂອງພຣະອົງ

ໃນນີ້ ຄຳໂວຫານ “ ມື” ຫມາຍເຖິງການຄວບຄຸມ ຫລື ອຳນາດ. ອາດແປໄດ້ອີກວ່າ: "ອຳນາດຂອພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະມີພະໃດ...ພຣະອົງ?

ໂມເຊໃຊ້ຄຳຖາມເພື່ອເນັ້ນຫນັກວ່າພຣະຢາເວເປັນພຣະເຈົ້າອົງດຽວເທົ່ານັ້ນທີ່ມີ ອຳນາດເຮັດສິ່ງທີ່ລາວໄດ້ເຮັດ. ຄຳຖາມປະໂຫຍກນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ເພາະວ່າບໍ່ມີພຣະເຈົ້າ ... ກະທຳ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃນຟ້າສະຫວັນ ຫລື ໂລກນີ້

ທັງສອງຄຳນີ້ເມື່ອລວມກັນຫມາຍເຖິງ "ບ່ອນໃດຫນຶ່ງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ຟາກຫນຶ່ງຂອງເເມ່ນຳ້ຈໍເເດນ

"ທິດຕາເວັນຕົກຂອງແມ່ນຳ້ຈໍແດນ." ເມື່ອໂມເຊໄດ້ເວົ້າຄຳເຫລົ່ານີ້ກັບພຣະຜູ້ເປັນເຈົ້າ, ລາວຢູ່ທາງຕາເວັນອອກຂອງແມ່ນຳ້ຈໍແດນໃນໂມອາບ.