lo_tn/deu/03/19.md

2.5 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວຕໍ່ຕະກຸນຊາວຣູເບັນແລະກາດ ແລະອີກເຄິ່ງຫນຶ່ງຂອງເຜົ່າມານາເຊ.

ພຣະຢາເວຈະປະທານການພັກສະຫງົບໃຫ້ເເກ່ພີ່ນ້ອງຂອງພວກທ່ານ

ຜູ້ຂຽນເວົ້າຄືກັບວ່າຄວາມສາມາດໃນການພັກຜ່ອນແມ່ນວັດຖຸທາງກາຍະພາບທີ່ສາມາດໃຫ້ເປັນຂອງຂວັນໄດ້. ຄຳວ່າ “ພັກຜ່ອນ” ແມ່ນຄຳປຽບທຽບສຳລັບຊີວິດທີ່ສະຫງົບສຸກເຊິ່ງບໍ່ມີສົງຄາມການຕໍ່ສູ້. ອາດແປໄດ້ອີກວ່າ: "ພຣະຢາເວອະນຸຍາດໃຫ້ອ້າຍນ້ອງຂອງທ່ານພັກຜ່ອນ" ຫລື "ພຣະຢາເວອະນຸຍາດໃຫ້ອ້າຍນ້ອງຂອງທ່ານຢຸດການສູ້ຮົບ ແລະດໍາລົງຊີວິດຢ່າງສະຫງົບສຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຟາກຫນຶ່ງຂອງເເມ່ນຳ້ຈໍເເດນ

ໃນນີ້ຫມາຍເຖິງດິນແດນຂ້າມແມ່ນໍ້າຈໍແດນ, ທາງທິດຕາເວັນອອກຂອງອິດສະຣາເອນ. ໂມເຊຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃນຂະນະທີ່ເວົ້ານີ້. ອາດແປໄດ້ອີກວ່າ: "ພາກຕາເວັນອອກຂອງແມ່ນຳ້ຈໍແດນ." ການແປນີ້ວ່າຄືກັນຢູ່ໃນ 1: 1.

ຈາກນັ້ນພວກທ່ານຈະກັບມາ

ໂມເຊ ກຳລັງກ່າວເນັ້ນວ່າຊົນເຜົ່າອື່ນໆຕ້ອງມີທີ່ດິນຂອງຕົນກ່ອນທີ່ພຣະຢາເວຈະອະນຸຍາດໃຫ້ສາມເຜົ່ານີ້ເປັນເຈົ້າຂອງທີ່ດິນຂອງພວກເຂົາ. "ພຽງແຕ່ຫລັງຈາກນັ້ນທ່ານຈະຕ້ອງກັບຄືນມາ."