lo_tn/deu/02/36.md

2.0 KiB

ອາໂຣເອ

ນີ້ແມ່ນຊື່ຂອງເມືອງທີ່ຢູ່ທາງທິດເຫນືອຂອງແມ່ນຳ້ອາກໂນນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລຸ່ມເເມ່ນຳ້ອາກໂນນ

"ອາກໂນນ" ແມ່ນຊື່ຂອງແມ່ນຳ້. ແປຄືກັນໃນ 2:24. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ບໍ່ມີເມືອງໃດທີ່ສູງເກີນໄປສຳລັບພວກເຮົາ

ຄຳກ່າວໃນທາງລົບນີ້ຖືກໃຊ້ເພື່ອເນັ້ນຄວາມສໍາເລັດຂອງພວກເຂົາໃນການສູ້ຮົບ. ສາມາດຖືກລະບຸໄວ້ໃນທາງບວກ. ອາດແປໄດ້ອີກວ່າ: "ພວກເຮົາສາມາດເອົາຊະນະປະຊາຊົນຂອງທຸກໆເມືອງເຖິງແມ່ນວ່າເມືອງຈະມີກຳແພງສູງອ້ອມຮອບມັນກໍ່ຕາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ເຈົ້າບໍ່ໄດ້ເຂົ້າໄປ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນ “ເຈົ້າ” ແມ່ນຄົນຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຢັບໂບກ

ນີ້ແມ່ນຊື່ຂອງແມ່ນຳ້ ທີ່ໄດ້ສ້າງເຂດແດນລະຫວ່າງແຜ່ນດິນສີໂຫນ ແລະແຜ່ນດິນຂອງອຳໂມນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)