lo_tn/deu/01/09.md

2.6 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງສືບຕໍ່ຕັກເຕືອນປະຊາຊົນອິດສະຣາເອນເຖິງສິ່ງທີ່ພຣະຢາເວໄດ້ກ່າວກັບພວກເຂົາ.

ຂ້ານ້ອຍໄດ້ເວົ້າກັບທ່ານໃນເວລານັ້ນ

ໃນນີ້ “ຂ້ານ້ອຍ” ຫມາຍເຖິງໂມເຊ. ປະໂຫຍກທີ່ວ່າ "ໃນເວລານັ້ນ" ຫມາຍເຖິງເວລາທີ່ຊາວອິດສະຣາເອນຢູ່ທີ່ໂຮໂຮບ, ເຊິ່ງຄືກັນກັບພູເຂົາຊີນາຍ. ອາດແປໄດ້ວ່າ: "ເມື່ອພວກເຮົາຢູ່ ໂຮເຣບ, ຂ້າພະເຈົ້າໄດ້ເວົ້າກັບທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍບໍ່ສາມາດເເບກພວກທ່ານໄວ້ພຽງຄົນດຽວໄດ້

ໃນນີ້ "ທີ່ຈະນຳເຈົ້າ" ຫມາຍຄວາມວ່າ "ນຳເຈົ້າ" ຫລື "ປົກຄອງເຈົ້າ." ອາດແປໄດ້ອີກວ່າ: "ມັນຫລາຍເກີນໄປສໍາລັບຂ້ອຍທີ່ຈະນໍາພວກເຈົ້າໂດຍຕົວຂ້ອຍເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ມີຈຳນວນຫລາຍດັ່ງດວງດາວໃນຟ້າສະຫວັນ

ແມ່ນການເວົ້າເກີນຄວາມຈິງເຊິ່ງຫມາຍຄວາມວ່າພຣະເຈົ້າໄດ້ເພີ່ມພູນຈຳນວນຊົນຊາດອິດສະຣາເອນຂຶ້ນຢ່າງຫລວງຫລາຍ. ອາດແປໄດ້ອີກວ່າ: "ຝູງຄົນເປັນຈຳນວນຫລວງຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-hyperbole]] ແລະ [[rc:///ta/man/translate/figs-simile]])

ເປັນພັນເທົ່າ

ປະໂຫຍກທີ່ວ່າ "ພັນ" ແມ່ນຄຳປຽບທຽບກັບຄຳວ່າ "ຫລາຍໆຄົນ." ອາດແປໄດ້ອີກວ່າ: "ຫລາຍເທື່ອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫນຶ່ງພັນ

1000 (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)