lo_tn/dan/12/05.md

2.0 KiB

ຂໍ້​ມູນ​ທົ່ວ​ໄປ:

ດານີເອນສືບຕໍ່ບອກສິ່ງທີ່ລາວເຫັນຕໍ່ໄປໃນນິມິດນີ້ເຊິ່ງເລີ່ມຕົ້ນໃນ 10:1.

ມີອີກສອງຄົນຢືນຢູ່

"ມີທູດສະຫວັນອີກສອງອົງຢືນຢູ່".

ຜູ້ຊາຍທີ່ສວມເສື້ອຜ້າປ່ານ

ນີ້ຫມາຍເຖິງທູດສະຫວັນທີ່ໄດ້ປະກົດຕົວແກ່ດານີເອນໃນ 10:4, ບໍ່ແມ່ນຫນຶ່ງໃນບັນດາທູດສະຫວັນທີ່ຢືນຢູ່ຂ້າງແມ່ນ້ຳ.

ຢືນຢູ່ເຫນືອນ້ຳ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທູດສະຫວັນທີ່ນຸ່ງຜ້າລີ້ນແມ່ນຢູ່ເຫນືອແມ່ນ້ຳ ຫລື 2) ທູດສະຫວັນຢູ່ເທິງແມ່ນ້ຳ.

ຍັງອີກດົນປານໃດກວ່າເຫດການຊຶ່ງເຮັດໃຫ້ປະຫລາດໃຈເຫລົ່ານີ້ຈະສິ້ນສຸດລົງ?

"ເຫດການທີ່ຫນ້າງຶດງໍ້ເຫລົ່ານີ້ຈະດົນປານໃດ?" ນີ້ຫມາຍເຖິງເວລາໃນຕອນເລີ່ມຕົ້ນຈົນເຖິງຕອນທ້າຍຂອງເຫດການ.

ເຫດການຊຶ່ງເຮັດໃຫ້ປະຫລາດໃຈເຫລົ່ານີ້

ໃນເວລາທີ່ທູດໄດ້ເວົ້າກັບດານີເອນ, ບໍ່ມີເຫດການໃດໃນນິມິດນີ້ໄດ້ເກີດຂື້ນ. ສິ່ງນີ້ແນ່ນອນຫມາຍເຖິງເຫດການໃນ 12:1, ແລະອາດຈະລວມທັງເຫດການທີ່ຢູ່ໃນວິໄສທັດຈາກບົດທີ 11 ນຳອີກ.