lo_tn/dan/12/03.md

3.5 KiB

ບັນດາຄົນເຫລົ່ານັ້ນທີ່ສະຫລາດຈະສ່ອງສະຫວ່າງສະໄຫວໃນທ້ອງຟ້າເບື້ອງເທິງ

ນີ້ຫມາຍເຖິງປະຊາຊົນຂອງພຣະເຈົ້າຜູ້ທີ່ຈະແບ່ງປັນປັນຍາຂອງພວກເຂົາກັບຄົນອ້ອມຂ້າງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ບັນດາຄົນເຫລົ່ານັ້ນທີ່ໄດ້ນຳຄົນຫລວງຫລາຍມາສູ່ຄວາມຊອບທຳ

ນີ້ຫມາຍເຖິງຜູ້ທີ່ຊ່ວຍຄົນອື່ນໃຫ້ເຂົ້າໃຈວ່າພວກເຂົາແຍກອອກຈາກພຣະເຈົ້າ, ຄືກັບວ່າພວກເຂົາກຳລັງປ່ຽນທິດທາງທີ່ພວກເຂົາ ກຳລັງຈະໄປ. ອາດຈະແປໄດ້ອີກວ່າ: "ຜູ້ທີ່ສອນຄົນອື່ນໃຫ້ດຳເນີນຊີວິດຢ່າງຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ບັນດາຄົນເຫລົ່ານັ້ນ ... ຈະເຫມືອນກັບດວງດາວທັງຫລາຍຕະຫລອດໄປແລະເປັນນິດນິລັນ

ຄົນເຫລົ່ານີ້ປຽບທຽບກັບດວງດາວທີ່ສ່ອງແສງ. ອາດຈະແປໄດ້ອີກວ່າ: "ຜູ້ທີ່ຫັນໄປ ... ຈະສ່ອງແສງສົດໃສຄືກັບດວງດາວຕະຫລອດໄປ ແລະຕະຫລອດໄປ" (ເບິ່ງເພີີມເຕີມ: rc://*/ta/man/translate/figs-simile).

ປິດຖ້ອຍຄຳເຫລົ່ານີ້ໄວ້ເປັນຄວາມຫລັບ

ນີ້ "ຄຳເຫລົ່ານີ້" ເປັນຕົວແທນຂອງປື້ມ. ອາດຈະແປໄດ້ອີກວ່າ: "ປິດປື້ມຫົວນີ້ ແລະຮັກສາມັນຜະນຶກເຂົ້າກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ວາລະສຸດທ້າຍ

"ວັນສຸດທ້າຍ" ຫລື "ຈຸດຈົບຂອງໂລກ." ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 8:15.

ຄົນເປັນຈຳນວນຫລວງຫລາຍຈະແລ່ນໄປແລ່ນມາ ແລະ ຄວາມຮູ້ຈະທະວີຂຶ້ນ

ສິ່ງນີ້ເບິ່ງຄືວ່າຈະເກີດຂື້ນກ່ອນ "ເວລາແຫ່ງການສິ້ນສຸດ" ໃນຊ່ວງເວລາທີ່ປື້ມນັ້ນຖືກຜະນຶກເຂົ້າກັນ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດຈະແປໄດ້ອີກວ່າ: "ກ່ອນທີ່ຈະເກີດຂື້ນ, ປະຊາຊົນຈໍານວນຫລາຍຈະເດີນທາງໄປທີ່ນີ້ ແລະບ່ອນນັ້ນ, ຮຽນຮູ້ຫລາຍຂື້ນກ່ຽວກັບຫລາຍສິ່ງຫລາຍຢ່າງ" (UDB) (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).