lo_tn/dan/11/44.md

2.5 KiB

ຂໍ້​ມູນ​ທົ່ວ​ໄປ:

ເລື່ອງນີ້ຍັງເວົ້າເຖິງກະສັດແຫ່ງພາກເຫນືອ.

ພະອົງຈະຊົງຍົກອອກໄປດ້ວຍຄວາມຄຽດແຄ້ນຢ່າງຍິ່ງ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຄຽດແຄ້ນ" ສາມາດສະແດງອອກດ້ວຍຄຳວ່າ "ໃຈຮ້າຍ." ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່າລາວຈະອອກໄປກັບກອງທັບຂອງລາວ. ອາດຈະແປໄດ້ອີກວ່າ: "ລາວຈະໃຈຮ້າຍຫລາຍ ແລະຈະອອກໄປ" ຫລື "ລາວຈະໃຈຮ້າຍຫລາຍ ແລະຈະອອກໄປພ້ອມກອງທັບຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-explicit]]).

ອອກໄປ

ນີ້ສະແດງເຖິງການກະທຳຂອງການໂຈມຕີສັດຕູ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ລ້າງຜານຄົນເປັນຈຳນວນຫລາຍຢ່າງສີ້ນຊາກ

"ເພື່ອທຳລາຍຄົນຈຳນວນຫລວງຫລາຍ".

ພຣະອົງຈະຊົງກາງເຕັນຫລວງ

ນີ້ຫມາຍເຖິງເຕັນທີ່ງົດງາມຂອງກະສັດທີ່ລາວອາໄສຢູ່ໃນເວລາທີ່ລາວຢູ່ກັບກອງທັບຂອງລາວໃນເວລາສົງຄາມ.

ລະຫວ່າງທະເລ ແລະພູເຂົາບໍລິສຸດຮຸ່ງເຮືອງ

ນີ້ອາດຈະຫມາຍເຖິງເຂດທີ່ຢູ່ລະຫວ່າງທະເລເມດິເຕີເລນຽນ ແລະ ພຣະວິຫານ ໃນເຢຣູຊາເລັມ.

ພູເຂົາບໍລິສຸດຮຸ່ງເຮືອງ

ນີ້ຫມາຍເຖິງພູທີ່ເຢຣູຊາເລັມບ່ອນທີ່ວິຫານຂອງພຣະເຈົ້າຢູ່. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນໃນ 9:15 ແລະ 9:20. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).