lo_tn/dan/11/40.md

3.1 KiB

ວາລະສຸດທ້າຍ

"ວັນສຸດທ້າຍ" ຫລື "ຈຸດຈົບຂອງໂລກ." ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 8:15.

ກະສັດແຫ່ງຖິ່ນໃຕ້ ... ກະສັດແຫ່ງຖິ່ນເຫນືອ

ປະໂຫຍກເຫລົ່ານີ້ເປັນຕົວແທນຂອງກະສັດ ແລະກອງທັບຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ກະສັດແຫ່ງພາກໃຕ້ ແລະກອງທັບຂອງລາວ ... ກະສັດແຫ່ງພາກເຫນືອ ແລະກອງທັບລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ຈະພູ່ງເຂົ້າໃສ່ພະອົງ

ການໂຈມຕີຢ່າງຮຸນແຮງກັບກອງທັບແມ່ນເວົ້າເຖິງວ່າມີລົມພະຍຸເກີດຂຶ້ນ. ອາດຈະແປໄດ້ວ່າ: "ຈະໂຈມຕີລາວຄືລົມພາຍຸຫົວຮຸນແຮງ" ຫລື "ຈະໂຈມຕີລາວຢ່າງຮຸນແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ນຳ້ຖ້ວມພວກເົຂາ

ເມື່ອກອງທັບບຸກໂຈມຕີປະເທດ, ມີການກ່າວເຖິງຄືກັບວ່າເກີດນ້ຳຖ້ວມ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 11:10. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຜ່ານເຫມືອນນຳ້ຖ້ວມ

ບໍ່ມີຫຍັງຈະຢຸດຢັ້ງກອງທັບ. ອາດຈະແປໄດ້ອີກວ່າ: "ຈະຜ່ານດິນແດນທີ່ບໍ່ມີໃຜຢຸດລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ແຜ່ນດິນອັນຮຸ່ງເຮືອງ

ນີ້ຫມາຍເຖິງແຜ່ນດິນອິດສະຣາເອນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 8:9 ແລະ 11:15.

ຈະລົ້ມລົງ

ການລົ້ມລົງນີ້ສະແດງເຖິງການກະທຳຂອງຄວາມຕາຍ. ອາດຈະແປໄດ້ອີກວ່າ: "ຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ແຕ່ສິ່ງເຫລົ່ານີ້ຈະພົ້ນຈາກມືຂອງເຂົາ

ນີ້ "ມື" ສະແດງເຖິງອຳນາດ. ອາດຈະແປໄດ້ອີກວ່າ: "ແຕ່ພວກມັນຈະຫນີຈາກອຳນາດຂອງລາວ" ຫລື "ແຕ່ລາວຈະບໍ່ສາມາດທຳລາຍປະເທດເຫລົ່ານີ້ໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).