lo_tn/dan/11/07.md

2.1 KiB

ຂໍ້​ມູນ​ທົ່ວ​ໄປ:

ທູດສະຫວັນເວົ້າກັບດານີເອນຕໍ່ໄປ

ຄົນຫນຶ່ງຈາກເຊື້ອສາຍຂອງນາງ

ຄອບຄົວນີ້ຖືກເວົ້າເຖິງຄືກັບວ່າມັນແມ່ນຕົ້ນໄມ້. ຮາກເປັນຕົວແທນຂອງບັນພະບຸລຸດ, ແລະສາຂາເປັນຕົວແທນຂອງເຊື້ອສາຍ. ອາດຈະແປອີກໄດ້ວ່າ: "ເຊື້ອສາຍຂອງບັນພະບຸລຸດຂອງນາງ" ຫລື "ເຊື້ອສາຍຂອງນາງຄົນຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເຊື້ອສາຍຂອງນາງ

ຄຳວ່າ "ນາງ" ຫມາຍເຖິງລູກສາວຂອງກະສັດແຫ່ງພາກໃຕ້ໃນ 11:5.

ພຣະອົງຈະຊົງຍົກມາຕໍ່ສູ້ກັບກອງທັບ

ຄຳວ່າ "ພຣະອົງ" ຫມາຍເຖິງເຊື້ອສາຍຂອງນາງ, ແລະໃນນີ້ມັນກໍ່ຫມາຍເຖິງກອງທັບຂອງລາວ. ອາດຈະແປໄດ້ວ່າ: "ພຣະອົງ ແລະກອງທັບຂອງພຣະອົງຈະໂຈມຕີກອງທັບຂອງກະສັດແຫ່ງພາກເຫນືອ" (ເບິ່ງເພີ່ມເຕີມ rc://*/ta/man/translate/figs-synecdoche).

ພຣະອົງຈະຊົງສູ້ລົບກັບພວກເຂົາ

ຢູ່ທີ່ນີ້ "ພວກເຂົາ" ເປັນຕົວແທນໃຫ້ແກ່ທະຫານຂອງກອງທັບສັດຕູ. ອາດຈະແປໄດ້ອີກວ່າ: "ລາວຈະຕໍ່ສູ້ກັບທະຫານສັດຕູ".

ແຕ່ພຣະອົງກໍຈະຖອຍກັບ

ຄຳວ່າ "ພຣະອົງ" ຫມາຍເຖິງກະສັດພາກເຫນືອ.