lo_tn/dan/10/04.md

3.7 KiB

ມື້ທີ່ຊາວສີ່ຂອງເດືອນທີ່ຫນຶ່ງ

ມື້ທີ່ຊາວສີ່ຂອງເດືອນທີ່ຫນຶ່ງ - ນີ້ແມ່ນເດືອນທຳອິດຂອງປະຕິທິນຍິວ. ມື້ທີຊາວສີ່ແມ່ນໃກ້ກັບກາງເດືອນເມສາໃນປະຕິທິນຕາເວັນຕົກ. (ເບິ່ງ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-ordinal]]).

ຂັດສາຍແອວ

"ແລະ ລາວໃສ່ສາຍແອວ".

ອູຟາດ

ອູຟາດແມ່ນສະຖານທີ່ຫນຶ່ງ. ສະຖານທີ່ຂອງມັນບໍ່ເປັນທີ່ຮູ້ຈັກ (ເບິ່ງ: rc://*/ta/man/translate/translate-names).

ຮ່າງກາຍຂອງເຂົາເຫມືອນດັ່ງບຸດສະລາຄຳ

ຮ່າງກາຍຂອງລາວເປັ່ງປະກາຍດ້ວຍແສງສີຟ້າຫລື ສີເຫລືອງປານວ່າມັນໄດ້ຖືກເຮັດດ້ວຍຄຳ. ອາດຈະແປໄດ້ວ່າ: "ຮ່າງກາຍຂອງລາວປະກາຍດັ່ງບຸດສະລາຄຳ" (ເບິ່ງ: rc://*/ta/man/translate/figs-simile).

ບຸດສະລາຄຳ

ແກ້ວປະເສີດສີຟ້າຫລືສີເຫລືອງ, ທີ່ເອີ້ນກັນວ່າແຮ່ພອຍ, ພອຍມໍລະກົດ, ຫລື ພອຍສີຂຽວ.

ຫນ້າຂອງເພິ່ນກໍເຫມືອນຟ້າແມບ

ໃບຫນ້າຂອງພຣະອົງສ່ອງສະຫວ່າງຄືກັບຟ້າຜ່າເຫລື້ອມ. ອາດຈະແປໄດ້ວ່າ: "ໃບຫນ້າຂອງລາວສ່ອງແສງດ້ວຍຄວາມສະຫວ່າງຄືກັບຟ້າຜ່າ" (ເບິ່ງ: rc://*/ta/man/translate/figs-simile).

ດວງຕາຂອງເພິ່ນກໍເຫມືອນກັບເປວໄຟຂອງຄົບເພີງ

ຕາຂອງລາວມີແສງສະຫວ່າງຄືກັບໄຟທີ່ລຸກຢູ່. ອາດຈະແປໄດ້ວ່າ: "ຕາຂອງລາວສົດໃສຫລາຍ ແລະເບິ່ງຄືວ່າພວກເຂົາມີໄຟລຸກຢູ່ໃນພວກມັນ" (ເບິ່ງ: rc://*/ta/man/translate/figs-simile).

ແຂນຂອງເພິ່ນແລະຕີນຂອງເພິ່ນເປັນເງົາງາມເຫມືອນກັບທອງສຳຣິດ

ແຂນ ແລະຕີນຂອງລາວເຫລື້ອມຄືກັບວ່າພວກເຂົາຖືກເຮັດດ້ວຍທອງເຫລືອງ. ອາດຈະແປໄດ້ວ່າ: "ແຂນ ແລະຕີນຂອງລາວສ່ອງແສງ ຄືກັບທອງເຫລືອງທີ່ສະທ້ອນແສງສະຫວ່າງອ້ອມຮອບມັນ" (ເບິ່ງ: rc://*/ta/man/translate/figs-simile).

ສຽງຖ້ອຍຄຳຂອງເພິ່ນເຫມືອນສຽງມວນຊົນຂະຫນາດໃຫຍ່

ສຽງຂອງລາວດັງຫລາຍຈົນວ່າຝູງຊົນເວົ້າກັນຢ່າງແຮງ. ອາດຈະແປໄດ້ວ່າ: "ສຽງຂອງລາວດັງຂຶ້ນກັບຝູງຊົນຈຳນວນຫລວງຫລາຍທີ່ຮ້ອງອອກມາພ້ອມກັນ" (ເບິ່ງ: rc://*/ta/man/translate/figs-simile).