lo_tn/dan/09/27.md

3.4 KiB

ເຂົາຈະ ... ເຂົາຈະ

ນີ້ຫມາຍເຖິງຜູ້ປົກຄອງທີ່ກຳລັງຈະມາເຊິ່ງຈະທຳລາຍຜູ້ທີ່ຖືກເຈີມ.

ຫນຶ່ງອາທິດ ... ໃນກາງອາທິດ

ທີ່ນີ້ "ເຈັດ" ແມ່ນໃຊ້ເພື່ອຫມາຍເຖິງໄລຍະເວລາເຈັດປີ. ອາດຈະແປໄດ້ວ່າ: "ເຈັດປີ ... ເຄິ່ງຫນຶ່ງຜ່ານເຈັດປີ".

ຢຸດຕິ

"ຢຸດ" ຫລື "ລະງັບ"

ການຖວາຍສັດບູຊາແລະເຄື່ອງບູຊາ

ຄຳສັບເຫລົ່ານີ້ໂດຍພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ. ການຢໍ້າຄືນ ແມ່ນເພື່ອສະແດງໃຫ້ເຫັນວ່າຜູ້ປົກຄອງ ຈະປ້ອງກັນການຖວາຍທຸກປະເພດ. ອາດຈະແປໄດ້ວ່າ: "ການເສຖວາຍທຸກຮູບແບບ" ຫລື "ເຄື່ອງຖວາຍທຸກປະເພດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet).

ປີກຂອງສິ່ງຫນ້າລັງກຽດ

ນີ້ອາດຫມາຍເຖິງໂຄງສ້າງທີ່ປ້ອງກັນຢູ່ດ້ານເທິງຂອງຝາຂອງພຣະວິຫານ, ເຊິ່ງເອີ້ນວ່າ "ຄວາມຫນ້າກຽດຊັງ" ເພາະວ່າມັນເຕັມໄປດ້ວຍຮູບເຄົາລົບ. ອາດຈະແປໄດ້ວ່າ: "ຝາຂອງພຣະວິຫານທີ່ເຕັມໄປດ້ວຍຄວາມຫນ້າ ກຽດຊັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ຄົນທີ່ເຮັດໃຫ້ວ່າງເປົ່າຕັ້ງຢູ່

"ຄົນທີ່ທຳລາຍຫມົດ"

ການສີ້ນສຸດແລະການທຳລາຍໄດ້ຖືກກຳຫນົດໄວ້ໃຫ້ຖືກເທລົງ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ພຣະເຈົ້າໄດ້ອອກຄຳສັ່ງວ່າພຣະອົງຈະກຳຈັດຄວາມສິ້ນສຸດ ແລະ ຄວາມພິນາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-idiom]]).

ການສີ້ນສຸດແລະການທຳລາຍ

ສອງຄຳສັບ ຫລື ສຳນວນເຫລົ່ານີ້ແມ່ນພື້ນຖານຄືກັນ. ພວກເຂົາເນັ້ນຫນັກວ່າການ ທຳລາຍຈະຮ້າຍແຮງ ແລະ ຄົບຖ້ວນ. ອາດຈະແປໄດ້ວ່າ: "ການທຳລາຍຢ່າງສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet).

ຜູ້ເຮັດໃຫ້ເກີດຄວາມວ່າງເປົ່ານັ້ນ

"ຜູ້ທີ່ກໍ່ໃຫ້ເກີດການທຳລາຍ".