lo_tn/dan/09/26.md

3.0 KiB

ຫົກສິບສອງອາທິດຂອງ

ຫົກສິບສອງອາທິດຂອງ - ນີ້ບໍ່ແມ່ນວິທີ ທຳມະດາທີ່ຊາວອິດສະຣາເອນນັບ. ຖ້າເປັນໄປໄດ້, ພະຍາຍາມແປໃນແບບທີ່ສະຫງວນການນຳໃຊ້ເລກເຈັດນີ້. ເບິ່ງວິທີ ທີ່ທ່ານແປເລກນີ້ໃນ 9:24. ອາດຈະແປໄດ້ວ່າ: "ຫົກສິບສອງເທື່ອເຈັດ".

ຜູ້ທີ່ຖືກເຈີມຈະຕ້ອງຖືກທຳລາຍລົງ ແລະ ຈະບໍ່ມີຫຍັງເຫລືອ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ຜູ້ຄົນຈະທຳ ລາຍຜູ້ທີ່ຖືກເຈີມ ແລະ ລາວຈະບໍ່ມີຫຍັງເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ຜູ້ທີ່ຖືກເຈີມ

ການຊົງເຈີມເປັນການກະທຳທີ່ເປັນສັນຍາລັກເພື່ອສະແດງໃຫ້ເຫັນວ່າຜູ້ໃດຖືກເລືອກ. ເບິ່ງວິທີ ທີ່ທ່ານແປຊື່ນີ້ໃນເວລາ 9:24. ອາດຈະແປໄດ້ວ່າ: "ຄົນທີ່ພຣະເຈົ້າແຕ່ງຕັ້ງ" ຫລື "ຄົນທີ່ພຣະເຈົ້າເລືອກ".

ຜູ້ປົກຄອງຜູ້ທີ່ຈະມາ

ນີ້ແມ່ນຜູ້ປົກຄອງຕ່າງປະເທດ, ບໍ່ແມ່ນ "ຜູ້ຖືກເຈີມ." ອາດຈະແປໄດ້ວ່າ: "ຜູ້ປົກຄອງຕ່າງປະເທດຜູ້ທີ່ຈະມາ" ຫລື "ຜູ້ປົກຄອງທີ່ມີອຳນາດເຊິ່ງຈະມາ".

ຄວາມສິ້ນສຸດຈະມາເຖິງດ້ວຍນ້ຳຖ້ວມ

ກອງທັບຈະທຳລາຍເມືອງ ແລະ ສະຖານທີ່ສັກສິດຄືກັນກັບນ້ຳຖ້ວມທຳລາຍສິ່ງຕ່າງໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ການຮົກຮ້າງວ່າງເປົ່າໄດ້ຖືກກຳຫນົດໄວ້ແລ້ວ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ພຣະເຈົ້າໄດ້ອອກຄຳສັ່ງທຳລາຍເມືອງ ແລະພຣະວິຫານ" ຫລື "ພຣະເຈົ້າໄດ້ປະກາດວ່າກອງທັບສັດຕູຈະທຳລາຍທຸກສິ່ງທຸກຢ່າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).