lo_tn/dan/09/12.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ດານີເອນສືບຕໍ່ອະທິຖານ ຫາພຣະຜູ້ເປັນເຈົ້າກ່ຽວກັບປະຊາຊົນອິດສະຣາເອນ.

ພາຍໃຕ້ທ້ອງຟ້າທັງຫມົດ ... ສິ່ງທີ່ໄດ້ເຮັດແກ່ເຢຣູຊາເລັມ

ດານີເອນກຳລັງເວົ້າເກີນຈິງ ເພື່ອສະແດງຄວາມເສົ້າສະຫລົດໃຈຢ່າງຍິ່ງຕໍ່ເມືອງເຢຣູຊາເລັມ. ຫລາຍເມືອງໄດ້ຖືກທຳລາຍທັງຫມົດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole).

ບໍ່ມີສິ່ງໃດເລີຍທີ່ໄດ້ເຮັດແລ້ວ

"ບໍ່ມີຫຍັງເຮັດແລ້ວ"

ສິ່ງທີ່ໄດ້ເຮັດແກ່ເຢຣູຊາເລັມ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສິ່ງທີ່ທ່ານໄດ້ເຮັດຕໍ່ນະຄອນເຢລູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ດັ່ງທີ່ໄດ້ຈາລຶກໄວ້ໃນກົດບັນຍັດຂອງໂມເຊ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ດັ່ງທີ່ໂມເຊໄດ້ຂຽນໄວ້ໃນກົດຫມາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ການຫັນຈາກຄວາມຜິດຂອງພວກຂ້ານ້ອຍ

ໃນທີ່ນີ້ການຢຸດກິດຈະກຳທີ່ຊົ່ວແມ່ນເວົ້າເຖິງການຫັນຫນີຈາກພວກເຂົາ. ອາດແປໄດ້ອີກວ່າ: "ຢຸດການກະທຳທີ່ຊົ່ວຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ພຣະຢາເວໄດ້ຊົງຕຽມຄວາມວິບັດໄວ້ພ້ອມ

"ພຣະຢາເວໄດ້ກະກຽມໄພພິບັດນີ້"

ພວກຂ້ານ້ອຍກໍຍັງບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະອົງ

ນີ້ "ສຽງ" ຫມາຍເຖິງສິ່ງຕ່າງໆທີ່ ພຣະຢາເວ ສັ່ງ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ໄດ້ເຮັດໃນສິ່ງທີ່ລາວບອກໃຫ້ພວກເຮົາເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).