lo_tn/dan/09/09.md

2.9 KiB

ຂໍ້​ມູນ​ທົ່ວ​ໄປ:

ດານີເອນສືບຕໍ່ອະທິຖານຫາພຣະຜູ້ເປັນເຈົ້າກ່ຽວກັບປະຊາຊົນອິດສະຣາເອນ

ພຣະກາຣຸນາ ແລະ ການອະໄພໂທດເປັນຂອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້ານ້ອຍທັງຫລາຍ.

ການມີຄຸນລັກສະນະເຫລົ່ານີ້ແມ່ນເວົ້າເຖິງວ່າມັນເປັນຂອງພຣະຜູ້ເປັນເຈົ້າ. ອາດຈະແປໄດ້ວ່າ: "ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາມີຄວາມເຫັນອົກເຫັນໃຈ ແລະ ໃຫ້ອະໄພ" (ເບິ່ງ: rc://*/ta/man/translate/figs-metaphor).

ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ

ນີ້ "ສຽງ" ຫມາຍເຖິງຄຳສັ່ງທີ່ພຣະຢາເວ ເວົ້າ. ອາດຈະແປໄດ້ວ່າ: "ພວກເຮົາບໍ່ໄດ້ເຊື່ອຟັງສິ່ງທີ່ ພຣະຢາເວໄດ້ບອກພວກເຮົາໃຫ້ເຮັດ" (ເບິ່ງ: rc://*/ta/man/translate/figs-metonymy).

ໄດ້ຫັນໄປ

ຄຳເວົ້າທີ່ວ່າ "ໄດ້ຫັນໄປ" ຫມາຍຄວາມວ່າອິດສະຣາເອນຢຸດການເຊື່ອຟັງກົດຫມາຍ ຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ຊຶ່ງໄດ້ຈາລຶກໄວ້ໃນກົດບັນຍັດຂອງໂມເຊ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທີ່ໂມເຊຂຽນກ່ຽວກັບກົດຫມາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ຈຶ່ງໄດ້ເທລົງເຫນືອພວກຂ້ານ້ອຍ

ຄວາມອຸດົມສົມບູນຂອງຄຳສາບແຊ່ງ ແລະ ຄຳສາບານຖືກກ່າວເຖິງຄືກັບວ່າພວກມັນຖອກເທລົງຄືກັບນ້ຳ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ທ່ານໄດ້ນຳມາສູ່ພວກເຮົາ" (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]]).