lo_tn/dan/09/07.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ດານີເອນສືບຕໍ່ອະທິຖານຫາພຣະຜູ້ເປັນເຈົ້າກ່ຽວກັບປະຊາຊົນອິດສະຣາເອນ

ຂ້າແດ່,ອົງພຣະຜູ້ເປັນເຈົ້າ, ຄວາມຊອບທຳເປັນຂອງພຣະອົງ

ການເປັນຄົນຊອບທຳຖືກເວົ້າເຖິງຄືກັບວ່າ "ຄວາມຊອບທຳ" ແມ່ນວັດຖຸທີ່ເປັນຂອງ ພຣະຢາເວ. ຄຳນາມພາສາທີ່ບໍ່ມີຕົວຕົນ "ຄວາມຊອບທຳ" ສາມາດຖືກລະບຸວ່າເປັນການກະທຳ. ອາດແປໄດ້ອີກວ່າ: "ພຣະຜູ້ເປັນເຈົ້າ, ທ່ານປະຕິບັດຢ່າງຖືກຕ້ອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]]).

ສຳລັບພວກຂ້ານ້ອຍໃນວັນນີ້, ມີແຕ່ຄວາມອັບອາຍ, ຂາຍຫນ້າ-ຂອງປະຊາຊົນ

ຄວາມອາຍແມ່ນເວົ້າເຖິງວ່າ "ຄວາມອັບອາຍ" ແມ່ນວັດຖຸທີ່ເປັນຂອງຄົນ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມອັບອາຍ" ສາມາດຖືກກ່າວເຖິງເປັນ ຄຳກິລິຍາ. ອາດແປໄດ້ອີກວ່າ: "ແຕ່ສຳລັບພວກເຮົາ, ພວກເຮົາລະອາຍໃນສິ່ງທີ່ພວກເຮົາໄດ້ເຮັດ - ປະຊາຊົນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]]).

ສຳລັບພວກຂ້ານ້ອຍໃນວັນນີ້

ຄຳວ່າ "ພວກຂ້ານ້ອຍ" ປະກອບມີດານີເອນແລະຊາວອິດສະຣາເອນ, ແຕ່ມັນບໍ່ລວມເຖິງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive).

ມີແຕ່ຄວາມອັບອາຍ, ຂາຍຫນ້າຂອງປະຊາຊົນ

ຄຳເວົ້ານີ້ຫມາຍຄວາມວ່າຄວາມອັບອາຍຂອງພວກເຂົາ ສາມາດເບິ່ງເຫັນໄດ້ສໍາລັບທຸກຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ບັນພະບູລຸດຂອງພວກຂ້ານ້ອຍ ເພາະພວກຂ້ານ້ອຍໄດ້ກະທຳບາບຕໍ່ພຣະອົງ

"ເພາະວ່າພວກເຮົາທໍລະຍົດທ່ານຢ່າງຫລວງຫລາຍ" ຫລື "ຍ້ອນວ່າພວກເຮົາບໍ່ສັດຊື່ຕໍ່ທ່ານ"