lo_tn/dan/09/01.md

2.9 KiB

ຂໍ້​ມູນ​ທົ່ວ​ໄປ:

ບົດທີ 7 ແລະ 8 ບໍ່ໄດ້ເປັນລະບຽບຕາມລຳ ດັບ. ພວກເຂົາໄດ້ເກີດຂຶ້ນໃນຂະນະທີ່ເບັນຊັດຊາເຣຍັງເປັນກະສັດ. ບົດທີ 9 ຕອນນີ້ກັບຄືນໄປເຖິງເຫດການຕ່າງໆຂອງການປົກຄອງຂອງດາຣິອຸດເຊິ່ງໄດ້ຂຶ້ນເປັນກະສັດໃນບົດທີ 6.

ອາຫາສຸເອຣັດນີ້ແຫລະຜູ້ທີ່ໄດ້ເປັນກະສັດເຫນືອອານາຈັກຂອງບາບີໂລນ

ນີ້ແມ່ນຂໍ້ມູນເບື້ອງຕົ້ນກ່ຽວກັບຜູ້ທີ່ ອາຫາສຸເອຣັດເຄີຍເປັນ. ໃສ່ຂໍ້ນີ້ໃນວົງເລັບເພື່ອເຮັດໃຫ້ຈະແຈ້ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background).

ຜູ້ທີ່ໄດ້ເປັນກະສັດເຫນືອອານາຈັກຂອງບາບີໂລນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຜູ້ທີ່ໄດ້ຂຶ້ນເປັນກະສັດປົກຄອງໂລກຂອງຊາວບາບີໂລນ" ຫລື "ຜູ້ທີ່ເອົາຊະນະຊາວບາບີໂລນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຫນືອອານາຈັກ

"ທົ່ວປະເທດ" ຫລື "ກວມອານາຈັກ".

ພຣະຢາເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ເປີດເຜີຍຕໍ່ປະຊາຊົນຂອງລາວໃນພຣະສັນຍາເກົ່າ. ເບິ່ງຫນ້າ ແປພາສາກ່ຽວກັບ ພຣະຢາເວ ກ່ຽວກັບວິທີການແປພາສານີ້.

ຈະເປັນເວລາ ເຈັດສິບປີຈົນເຖິງເວລາຄວາມຮົກຮ້າງວ່າງເປົ່າຂອງ ກຸງເຢຣູຊາເລັມສິ້ນສຸດແລ້ວ

"ນັບແຕ່ເວລາທີ່ເຢຣູຊາເລັມຖືກທຳລາຍ, ມັນຈະຍັງຄົງຢູ່ໃນຊາກຫັກພັງເປັນເວລາ 70 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers).

ຄວາມຮົກຮ້າງວ່າງເປົ່າ

ນີ້ຫມາຍຄວາມວ່າບໍ່ມີໃຜຈະຊ່ວຍ ຫລືກໍ່ສ້າງເຢຣູຊາເລັມໃນຊ່ວງເວລານັ້ນ.