lo_tn/dan/07/11.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ດານີເອນສືບຕໍ່ພັນລະນາເຖິງວິໄສທັດຂອງລາວກ່ຽວກັບສານໃນສະຫວັນ ແລະການຕອບສະຫນອງຕໍ່ສັດທີສີ່ທີ່ລາວເຫັນໃນ 7:6.

ສັດໂຕນັ້ນກໍຖືກຂ້າ ... ໃຫ້ເຜົາດ້ວຍໄຟ

ນີ້ສາມາດຖືກລະບຸໄວ້ໃນຮູບແບປະໂຫຍກກົງ. ອາດຈະແປໄດ້ວ່າ: "ພວກເຂົາໄດ້ຂ້າສັດທີສີ່, ທຳລາຍຮ່າງກາຍຂອງມັນ, ແລະມອບມັນໃຫ້ຜູ້ໃດຜູ້ຫນນຶ່ງເຜົາມັນ" (ເບິ່ງ: rc://*/ta/man/translate/figs-activepassive).

ສັດໂຕນັ້ນກໍຖືກຂ້າ

ສັດຖືກຂ້າຕາຍເພາະວ່າຜູ້ພິພາກສາຕັດສິນວ່າມັນມີຄວາມຜິດ. ອາດຈະແປໄດ້ວ່າ: "ພວກເຂົາໄດ້ປະຫານຊີວິດສັດ" ຫລື "ຜູ້ພິພາກສາສັ່ງ ແລະພວກເຂົາຂ້າສັດ" (ເບິ່ງ: rc://*/ta/man/translate/figs-explicit).

ສັດ

ນີ້ຫມາຍເຖິງສັດທີ່ສີ່ທີ່ມີສິບເຂົາ ແລະ ປາກ ທີ່ເວົ້າຢ່າງໂອ້ອວດ. ອາດຈະແປໄດ້ວ່າ: "ສັດທີ່ຫນ້າຢ້ານກົວທີ່ສຸດ" ຫລື "ສັດທີ່ມີເຂົາອັນສູງສົ່ງ".

ສ່ວນເລື່ອງສັດສີ່ໂຕທີ່ເຫລືອຢູ່ນັ້ນ

ມັນອາດຈະຈະແຈ້ງກວ່າທີ່ຈະເວົ້າວ່າ "ອີກສາມສັດ".

ອຳນາດປົກຄອງຂອງພວກມັນກໍຖືກຖອນໄປ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ຜູ້ພິພາກສາໄດ້ເອົາສິດອຳນາດຂອງພວກເຂົາໄປປົກຄອງ" ຫລື "ສິດອຳນາດຂອງພວກເຂົາໃນການປົກຄອງສິ້ນສຸດລົງ" (ເບິ່ງ: rc://*/ta/man/translate/figs-activepassive).

ຊີວິດຂອງພວກມັນໄດ້ຖືກຢືດຕໍ່ໄປໃນຊ່ວງເວລາຫນຶ່ງ.

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ພວກເຂົາສືບຕໍ່ອາໄສຢູ່ໃນໄລຍະເວລາໃດຫນຶ່ງ" ຫລື "ຜູ້ພິພາກສາປ່ອຍໃຫ້ພວກເຂົາມີຊີວິດຍືນຍາວກວ່າ" (ເບິ່ງ: rc://*/ta/man/translate/figs-activepassive).