lo_tn/dan/06/26.md

2.6 KiB

ເຫດການເຊື່ອມຕໍ່:

ສິ່ງນີ້ສືບຕໍ່ກ່າວເຖິງຂໍ້ຄວາມທີ່ດາຣິອຸດສົ່ງໃຫ້ທຸກໆຄົນໃນອານາຈັກລາວ.

ຢ້ານແລະຢຳເກງ

ສອງຄຳນີ້ແມ່ນຄ້າຍຄືກັນ ແລະ ສາມາດລວມເຂົ້າກັນໄດ້. ອາດຈະແປໄດ້ວ່າ: "ສັ່ນດ້ວຍຄວາມຢ້ານກົວ" (ເບິ່ງ: rc://*/ta/man/translate/figs-doublet).

ພຣະເຈົ້າຂອງດານີເອນ

"ພຣະເຈົ້າທີ່ດານີເອນນະມັດສະການ"

ພຣະອົງຊົງເປັນພຣະເຈົ້າຜູ້ຊົງມີຊີວິດຢູ່ຊົງດຳລົງຢູ່ເປັນນິດ

ສອງໄລຍະ "ພຣະເຈົ້າທີ່ມີຊີວິດຢູ່" ແລະ "ຊີວິດຕະຫລອດໄປ" ສະແດງແນວຄິດດຽວກັນ, ວ່າພຣະເຈົ້າມີຊີວິດຢູ່ຕະຫລອດໄປ. (ເບິ່ງ: rc://*/ta/man/translate/figs-parallelism)

ຣາຊອານາຈັກຂອງພຣະອົງຈະ ... ການປົກຄອງຂອງພຣະອົງ

ສອງປະໂຫຍກນີ້ກົງກັນຂ້າມ, ເນັ້ນຫນັກ ເຖິງວິທີທີ່ອານາຈັກຂອງພຣະເຈົ້າຈະບໍ່ສິ້ນສຸດ. (ເບິ່ງ: rc://*/ta/man/translate/figs-parallelism).

ຣາຊອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ບໍ່ມີໃຜທຳລາຍຣາຊອານາຈັກຂອງພຣະອົງ" ຫລື "ຣາຊອານາຈັກຂອງພຣະອົງຈະຢູ່ຕະຫລອດໄປ" (ເບິ່ງ: rc://*/ta/man/translate/figs-activepassive).

ການປົກຄອງຂອງພຣະອົງຈະດຳລົງຈົນເຖິງທີ່ສຸດ

"ລາວຈະປົກຄອງຕະຫລອດໄປ".

ພຣະອົງໄດ້ຊົງຊ່ວຍດານີເອນໃຫ້ລອດຈາກອຳນາດຂອງເຫລົ່າສິງໂຕ

"ພຣະອົງບໍ່ຍອມໃຫ້ສິງໂຕທີ່ ແຂງແຮງທຳຮ້າຍດານີເອນ".