lo_tn/dan/05/11.md

2.5 KiB

ວິນຍານຂອງບັນດາອົງຜູ້ບໍຣິສຸດ

ຣາຊິນີເຊື່ອວ່າອຳນາດຂອງດານີເອນແມ່ນມາຈາກພະເຈົ້າປອມຕ່າງໆທີ່ກະສັດເນບູກາດເນັດຊານະມັດສະການ. ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 4:7.

ໃນສະໄຫມຣັດຊະການຂອງບິດາຂອງພະອົງ

"ເມື່ອພໍ່ຂອງເຈົ້າກຳລັງປົກຄອງ"

ຄວາມສະຫວ່າງ ແລະ ຄວາມເຂົ້າໃຈແລະປັນຍາເຫມືອນເປັນຍາຂອງບັນດາພຣະທັງຫລາຍໄດ້ພົບໃນຕົວຜູ້ຊາຍຄົນນີ້

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ລາວມີຄວາມສະຫວ່າງ ແລະ ຄວາມເຂົ້າໃຈ ແລະສະຕິປັນຍາຄືກັບປັນຍາຂອງເທບພະເຈົ້າ" (ເບິ່ງ: rc://*/ta/man/translate/figs-activepassive).

ກະສັດເນບູກາດເນັດຊາ, ບິດາຂອງທ່ານເປັນກະສັດ.

"ພໍ່ຂອງເຈົ້າ, ກະສັດເນບູກາດເນັດຊາ".

ຄຸນລັກສະນະເຫລົ່ານີ້ຖືກພົບເຫັນໃນເຂົາຄື ດານີເອນ, ຊຶ່ງກະສັດໄດ້ປະທານນາມວ່າ ເບັນເຕຊັດຊາເຣ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ປະໂຫຍກກົງ. ອາດຈະແປໄດ້ວ່າ: "ດານີເອນຜູ້ດຽວກັນນີ້, ເຊິ່ງກະສັດຕັ້ງຊື່ວ່າ ເບັນເຕຊັດຊາເຣ, ມີຄຸນລັກສະນະທັງຫມົດນີ້" (ເບິ່ງ: rc://*/ta/man/translate/figs-activepassive).

ສິ່ງທີ່ໄດ້ຂຽນ

"ສິ່ງທີ່ໄດ້ຂຽນໄວ້ເທິງຝາ." ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ສິ່ງທີ່ມືຂຽນໃສ່ຝາ" (ເບິ່ງ: rc://*/ta/man/translate/figs-activepassive).