lo_tn/dan/04/01.md

4.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນບົດນີ້, ເນບູກາດເນັດຊາບອກສິ່ງທີ່ພຣະເຈົ້າໄດ້ກະທຳຕໍ່ລາວ. ໃນຂໍ້ທີ 1-18, ເນບູກາດເນັດຊາໄດ້ອະທິບາຍໃນບຸກຄົນ ທຳອິດເຖິງວິໄສທັດຂອງລາວຈາກພຣະເຈົ້າ. ຂໍ້ທີ 19-33 ຫັນໄປຫາບຸກຄົນທີສາມເພື່ອອະທິບາຍການລົງໂທດຂອງເນບູກາດເນັດຊາ. ຂໍ້ທີ 34-37 ປ່ຽນກັບຄືນສູ່ບຸກຄົນທຳອິດໃນຂະນະທີ່ເນບູກາດເນັດຊາໄດ້ອະທິບາຍເຖິງການຕອບສະຫນອງຕໍ່ພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-123person).

ກະສັດເນບູກາດເນັດຊາໄດ້ສົ່ງ

ປະໂຫຍກນີ້ແມ່ນກ່າວເຖິງທູດຂອງກະສັດຄືວ່າເປັນກະສັດເອງ. ອາດຈະແປໄດ້ວ່າ: "ເນບູກາດເນັດຊາສົ່ງຜູ້ສົ່ງຂ່າວສານຂອງພະອົງໄປກັບ" (ເບິ່ງທີ່: rc://*/ta/man/translate/figs-metonymy).

ປະຊາຊົນທັງສີ້ນ, ທຸກໆປະຊາຊາດ, ເເລະທຸກພາສາຕ່າງໆ

ນີ້ແມ່ນ "ປະຊາຊົນ" ແລະ "ພາສາ" ແມ່ນຕົວແທນຂອງປະຊາຊົນຈາກປະເທດທີ່ເວົ້າພາສາຕ່າງກັນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 3:3. ອາດຈະແປໄດ້ວ່າ: "ຄົນຈາກປະເທດຕ່າງໆ ແລະ ຜູ້ທີ່ເວົ້າພາສາຕ່າງກັນ" (ເບິ່ງ: rc://*/ta/man/translate/figs-metonymy).

ຜູ້ອາໄສຢູ່ເທິງແຜ່ນດິນໂລກ

ບັນດາກະສັດຈະມັກເວົ້າເກີນຄວາມຈິງວ່າອານາຈັກຂອງພວກເຂົາກວ້າງເທົ່າໃດ. ເນບູກາດເນັດຊາໄດ້ປົກຄອງທົ່ວໂລກສ່ວນໃຫຍ່ທີ່ຮູ້ຈັກໃນເວລາທີ່ປື້ມຫົວນີ້ໄດ້ຖືກຂຽນຂຶ້ນ. ອາດຈະແປໄດ້ວ່າ: "ຜູ້ທີ່ອາໄສຢູ່ໃນອານາຈັກຂອງບາບີໂລນ" (ເບິ່ງທີ່: rc://*/ta/man/translate/figs-hyperbole).

ຂໍໃຫ້ຄວາມສຸກຄວາມຈະເລີນຮຸ່ງເຮືອງມີເເດ່ທ່ານ

ນີ້ແມ່ນຄຳອວຍພອນທົ່ວໄປ

ຫມາຍສຳຄັນຕ່າງໆ ເເລະ ການອັດສະຈັນ

ຖ້ອຍຄຳເຫລົ່ານີ້ມີຄວາມຫມາຍຄ້າຍຄືກັນແລະ ກ່າວເຖິງສິ່ງທີ່ຫນ້າງຶດງໍ້ທີ່ພຣະເຈົ້າໄດ້ເຮັດ. (ເບິ່ງ: rc://*/ta/man/translate/figs-doublet).

ຫມາຍສຳຄັນຂອງພຣະອົງຍິ່ງໃຫຍ່, ເເລະການອັດສະຈັນຂອງພຣະອົງມີອານຸພາບຫລາຍ!

ປະໂຫຍກທັງສອງຢ່າງນີ້ມີຄວາມຫມາຍ ອັນດຽວກັນ ແລະ ຖືກນຳໃຊ້ເພື່ອເນັ້ນຫນັກ ເຖິງຄວາມຫມາຍ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າຍິ່ງໃຫຍ່ພຽງໃດ. (ເບິ່ງ: rc://*/ta/man/translate/figs-parallelism).

ຣາຊອານາຈັກຂອງພຣະອົງ ... ດຳລົງຊົ່ວອາຍຸ

ປະໂຫຍກທັງສອງຢ່າງນີ້ມີຄວາມຫມາຍ ດຽວກັນ ແລະ ຖືກເວົ້າຊ້ຳອີກເພື່ອເນັ້ນຫນັກເຖິງວິທີການປົກຄອງຂອງພຣະເຈົ້າຈະຢູ່ຕະຫລອດໄປ. (ເບິ່ງ: rc://*/ta/man/translate/figs-parallelism).