lo_tn/col/04/07.md

3.0 KiB

ຂໍ້ມູນເຊື່ອມຕໍ່

ໂປໂລຈົບດ້ວຍຄຳແນະນຳພິເສດກ່ຽວກັບບາງຄົນ ແລະໄດ້ຝາກຄຳທັກທາຍໄປໆ ມາໆ ຈາກຜູ້ເຊື່ອແຕ່ລະຄົນ

ຂໍ້ມູນທົ່ວໄປ

ໂອເນຊີໂມເຄຍເປັນຂ້າທາດຂອງຟີເລໂມນ. ລາວເຄີຍລັກເງິນຂອງຟີເລໂມນ ແລະ ຫນີໄປກຸງໂຣມ ຊຶ່ງເປັນທີ່ໆລາວໄດ້ກາຍມາເປັນຄຣິສຕຽນຜ່ານທາງການຮັບໃຊ້ຂອງໂປໂລ. ຕອນນີ້ຕີຂິໂກ ແລະ ໂອເນຊີໂມເປັນຜູ້ທີ່ນຳຈົດຫມາຍຂອງໂປໂລໄປສົ່ງໃຫ້ຊາວໂກໂລຊາຍ.

ເລື່ອງລາວ ກ່ຽວກັບພວກເຮົາ

"ທຸກສິ່ງທີ່ກຳລັງເກີດຂຶ້ນກັບ ພວກເຮົາ".

ເປັນຜູ້ຮັບໃຊ້ຮ່ວມກັນກັບຂ້າພຣະເຈົ້າ.

"ເພື່ອຮ່ວມຮັບໃຊ້" ເຖິງວ່າໂປໂລເປັນອິດສະຫລະ ເພິ່ນກໍແນມເບິ່ງຕົວເອງວ່າເປັນຂ້າທາດຂອງພຣະຄຣິດ ແລະ ແນມຕີຂິໂກວ່າເປັນເພື່ອຮ່ວມຮັບໃຊ້.

ກ່ຽວກັບພວກເຮົາ

ຄຳນີ້ບໍ່ໄດ້ລວມຊາວໂກໂລຊາຍ. (ເບິ່ງ: rc://*/ta/man/translate/figs-exclusive)

ຫມູນນ້ຳໃຈຂອງທ່ານ

ໃຈເປັນເຫມືອນສູນກາງຂອງອາລົມຫລວງຫລາຍ. ແປໄດ້ອີກຢ່າງວ່າ: "ຈະໄດ້ໃຫ້ກຳລັງໃຈທ່ານ". (ເບິ່ງ: rc://*/ta/man/translate/figs-metaphor)

ຜູ້ເປັນນ້ອງທີ່ຮັກ ແລະ ຊື່ສັດ

ໂປໂລເອີ້ນໂອເນຊີໂມວ່າເປັນເພື່ອນຄຣິສຕຽນ ແລະ ຂ້າທາດຂອງພຣະຄຣິດ.

ທ່ານທັງສອງຈະເລົ່າ

"ຕີຂິໂກ ແລະ ໂອເນຊີໂມຈະເລົ່າໃຫ້ຟັງ".

ທຸກສິ່ງທີ່ໄດ້ເກີດຂຶ້ນໃນທີ່ນີ້

ພວກເຂົາຈະເລົ່າໃຫ້ຜູ້ເຊື່ອຊາວໂກໂລຊາຍເຖິງທຸກສິ່ງທີ່ກຳລັງເກີດຂຶ້ນໃນສະຖານທີ່ໂປໂລອາໄສຢູ່ໃນຕອນນີ້. ບາງຕຳນານກໍບອກວ່າໂປໂລຢູ່ໃນກຸງໂຣມຖືກຈຳກັດບໍລິເວນຢູ່ໃນບ້ານໃນຊ່ວງເວລານີ້.