lo_tn/col/03/09.md

4.0 KiB

ຂໍ້ມູນເຊື່ອມຕໍ່

ໂປໂລໄດ້ບອກບັນດາຜູ້ເຊື່ອຢູ່ຕະຫລອດເຖິງການໃຊ້ຊີວິດ ແລະ ເຕືອນສະຕິພວກເຂົາວ່າຄຣິສຕຽນຄວນປະຕິບັດຕໍ່ຄົນອື່ນດ້ວຍມາດຕະຖານດຽວກັນ.

ທ່ານໄດ້ຖອດຖິ້ມສະພາບມະນຸດເກົ່າ ແລະ ຄວາມປະພຶດແບບເກົ່ານັ້ນແລ້ວ ແລະ ທ່ານໄດ້ສວມສະພາບມະນຸດຄົນໃຫມ່.

ໃນຂໍ້ນີ້ໂປໂລໄດ້ເວົ້າເຖິງການທີ່ຄຣິສະຕຽນປະຕິເສດຊີວິດເກົ່າທີ່ຢູ່ບາບວ່າເປັນເຫມືອນກັບການຖອດເສື້ອເກົ່າອອກເພື່ອທີ່ຈະໄດ້ສວມເສື້ອໃຫມ່. ຊຶ່ງເປັນເລື່ອງທີ່ປົກກະຕິທຳມະດາຂອງຄົນອິດສະລາເອນທີ່ໂປໂລເວົ້າເຖິງລະດັບຂອງສິນລະທຳໂດຍປຽບທຽບກັບເລື່ອງເສື້ອຜ້າ. (ເບິ່ງ: rc://*/ta/man/translate/figs-metaphor)

ພຣະສັນຍາ

ຄຳນີ້ຫມາຍເຖິງພຣະເຢຊູຄຣິດ. (ເບິ່ງ: rc://*/ta/man/translate/figs-metonymy )

ບໍ່ມີພວກກຣີກ ຫລື ພວກຢິວ, ບໍ່ເປັນຜູ້ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ພວກຄົນຕ່າງຊາດຫລື ຄົນສີວິໄລ, ບໍ່ເປັນທາດຮັບໃຊ້ ຫລື ປ່າເຖື່ອນອີກຕໍ່ໄປ

ຖ້ອຍຄຳເຫລົ່ານີ້ເປັນຕົວຢ່າງຂອງຄົນປະເພດຕ່າງໆ ທີ່ໂປໂລບອກບໍ່ໄດ້ເປັນເລື່ອງສຳຄັນສຳລັບພຣະເຈົ້າ. ພຣະເຈົ້າແນມເບິ່ງທຸກຄົນຄືກັນຫມົດ, ບໍ່ເລືອກເຊື້ອສາຍ, ສາດສະຫນາ, ເຊື້ອຊາດ ຫລື ຖານະທາງສັງຄົມ. ແປໄດ້ອີກຢ່າງວ່າ: "ພູມຫລັງທາງເຊື້ອສາຍ, ສາດສະຫນາ, ວັດທະນະທໍາ ແລະ ສັງຄົມ ບໍ່ໄດ້ເປັນເລື່ອງສຳຄັນ". (ເບິ່ງ: rc://*/ta/man/translate/figs-metonymy)

ພວກຄົນຕ່າງຊາດ

ຄົນຕ່າງຊາດທີ່ບໍ່ຮູ້ຈັກວັດທະນະທຳທ້ອງຖິ່ນ.

ຊາວຊີເລຍ

ນິ້ເປັນບາງຄົົນທີ່ມາຈາກແຂວງຊີເລຍ, ຊຶ່ງຢູ່ພາຍນອກອານາຈັກໂຣມ. ຄົນກຣີກ ແລະ ຄົນໂຣມໃຊ້ຄຳນີ້ເອີ້ນຄົົນທີ່ເຕີບໂຕໃນພື້ນທີ່ໆທຸກຄົນເຮັດຊົ່ວຢູ່ຕະຫລອດເວລາ.

ພຣະ​ເຢ​ຊູຄຣິດ​ເຈົ້າຊົງ ເປັນເຈົ້າຂອງສັບພະທຸກສິ່ງ ແລະ ຊົງສະຖິດຢູ່ໃນທຸກສິ່ງ.

ບໍ່ມີຫຍັງທີ່ຈະຍົກເວັ້ນ ຫລື ຕັດອອກຈາກການຄອບຄອງຂອງພຣະຄຣິດໄດ້. ແປໄດ້ອີກຢ່າງວ່າ: "ພຣະຄຣິດຊົງສຳຄັນເຫນືອທຸກສິ່ງ ແລະ ຊົງສະຖິດຢູ່ກັບທຸກຄົົນທີ່ເປັນຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-explicit )