lo_tn/col/02/20.md

3.9 KiB

ຖ້າທ່ານຕາຍກັບພຣະຄຣິດ ແລະ ພົ້ນຈາກວິນຍານຕ່າງໆ ແຫ່ງໂລກນີ້

ໂປໂລໄດ້ໃຊ້ພາບປຽບທຽບນີ້ເພື່ອເວົ້າເຖິງບັນດາຜູ້ເຊື່ອຊຶ່ງເປັນເຫມືອນຄົົນທີ່ເປັນຫນຶ່ງດຽວກັນກັບພຣະຄຣິດໃນຝ່າຍວິນຍານ ເມື່ອພຣະຄຣິດສິ້ນພຣະຊົນ ບັນດາຜູ້ເຊື່ອກໍຕາຍຝ່າຍວິນຍານໄປດ້ວຍ ເມື່ອພຣະຄຣິດຊົງເປັນຂຶ້ນຈາກຕາຍ ບັນດາຜູ້ເຊື່ອກໍເປັນຂຶ້ນໃນຝ່າຍວິນຍານດ້ວຍ ນັ້ນຄືການຕອບສະຫນອງຕໍ່ພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-metaphor )

ເປັນຫຍັງທ່ານຈຶ່ງມີຊີວິດຢຶດຕິດກັບຝ່າຍໂລກ ເຊັ່ນ "ຢ່າເອົາມືຈັບ"?

ໂປໂລໃຊ້ຄຳຖາມນີ້ເພື່ອເຕືອນສະຕິຊາວໂກໂລຊາຍໃນເລື່ອງການຕິດຕາມຄວາມເຊື່ອທຽມເທັດຂອງໂລກນີ້. ແປໄດ້ອີກຢ່າງວ່າ: "ຢ່າຍອມຢູ່ໃຕ້ອຳນາດຄວາມເຊື່ອແບບໂລກ ຢ່າເຊື່ອສິ່ງທີ່ພວກທ່ານເວົ້າບອກວ່າ 'ຢ່າແຕະຕ້ອງ'. (ເບິ່ງ: rc://*/ta/man/translate/figs-rquestion)

ມີຊີວິດຢຶດຕິດກັບຝ່າຍໂລກ

"ຄິດວ່າທ່ານຈະຕ້ອງເຊື່ອຟັງຄວາມປາດຖະຫນາຂອງໂລກ".

ໂລກ

ຄວາມຄິດ, ຄວາມປາດຖະຫນາ ແລະ ເຫັນໂດຍທັງຫມົດຄົນສ່ວນໃຫຍ່ທີ່ເປັນຄົນບາບຊຶ່ງເປັນຄົນຂອງໂລກນີ້. (ເບິ່ງ: rc://*/ta/man/translate/figs-metonymy )

ຖືກກຳນົດໃຫ້ວິບັດ

ໂປໃຊ້ຄຳວ່າ "ວິບັດ" ໃນບ່ອນນີ້ເພື່ອເປັນພາບປຽບທຽບເຖິງຮ່າງກາຍທີ່ຕ້ອງເນົ່າເປື່ອຍ ("ເສື່ອມສະຫລາຍ") ໃນທີ່ຝັງສົບ (ໃຫ້ເບິ່ງ: rc://*/ta/man/translate/figs-metaphor )

ກົດບັນຍັດເຫລົ່ານີ້ເບິ່ງມີປັນຍາຕາມຄວາມເຊື່ອທີ່ສ້າງຂຶ້ນມາເອງ ເບິ່ງມີການຖ່ອມຕົວ ມີການທໍລະມານຮ່າງກາຍ.

ສ້າງສາດສະຫນາ ແລະ ການຖ່ອມຕົວ ແລະ ການທໍລະມານຮ່າງກາຍ - "ກົດເຫລົ່ານີ້ເບິ່ງເຫມືອນເປັນເລື່ອງສະຫລາດສຳລັບຄົົນທີ່ບໍ່ເຊື່ອ ເພາະເປັນຄວາມເຊື່ອທີ່ຍອມໃຫ້ຜູ້ເປັນສາວົກເບິ່ງເປັນຄົນຖ່ອມຕົວຈາກການທີ່ພວກທ່ານກໍ່ການທໍລະມານຮ່າງກາຍຂອງຕົນເອງ".

ບໍ່ມີປະໂຫຍດອັນໃດທີ່ຈະຕໍ່ສູ້ກັບຄວາາມປາຖະຫນາຝ່າຍເນື້ອຫນັງ

"ບໍ່ໄດ້ຊ່ວຍໃຫ້ທ່ານເລີກທີ່ຈະຕິດຕາມຄວາມປາດຖະຫນາຂອງມະນຸດ".