lo_tn/col/02/18.md

5.1 KiB

ຢ່າໃຫ້ພວກ... ມາຕັດສິນບຳເຫນັດລາງວັນຂອງທ່ານ

ໃນຂໍ້ນີ້ໂປໂລໄດ້ເວົ້າເຖິງຄູສອນປອມວ່າພວກເຂົາເປັນພວກມັກຕັດສິນແບບບໍ່ຖືກຕ້ອງເຫມືອນການແຂ່ງຂັນທີ່ຕັດສິນວ່າໃນບັນດາຜູ້ເຊື່ອໃຜບໍ່ມີຄຸນສົມບັດພໍທີ່ຈະໄດ້ຮັບລາງວັນຊະນະເລີດທີ່ທ່ານຄວນໄດ້ຮັບ ແລະ ທ່ານເວົ້າວ່າການທີ່ພຣະຄຣິດຊ່ວຍເຫລືອໃຜເປັນເຫມືອນກັບການໃຫ້ລາງວັນແກ່ຜູ້ຊະນະໃນການແຂ່ງຂັນ. ແປໄດ້ອີກຢ່າງວ່າ: "ຢ່າໃຫ້ໃຜ... ມາຕັດສິນໃຈວ່າທ່ານບໍ່ມີຄຸນສົມບັດພໍທີ່ຈະຮັບລາງວັນຊະນະເລີດ". (ໃຫ້ເບິ່ງ: rc://*/ta/man/translate/figs-metaphor )

ພວກທີ່ຢາກຖ່ອມຕົວ

ຄຳວ່າ "ຖ່ອມຕົວ" ເປັນຄຳປຽບທຽບເຖິງການກະທຳຂອງຄົນຫນຶ່ງທີ່ເຮັດໃຫ້ຄົນອື່ນຄິດວ່າຄົນນັ້ນຖ່ອມຕົວ. ແປໄດ້ອີກຢ່າງວ່າ: "ໃຜຢາກໃຫ້ພວກທ່ານເຮັດໃນສິ່ງທີ່ສະແດງວ່າພວກທ່ານກຳລັງຖ່ອມຕົວ". (ໃຫ້ເບິ່ງ: rc://*/ta/man/translate/figs-metonymy)

ຫລົງໄຫລຕາມສິ່ງທີ່ທ່ານໄດ້ເຫັນ

ໃນຂໍ້ນີ້ໂປໂລເວົ້າເຖິງຄົົນທີ່ອ້າງວ່າໄດ້ຝັນເຫັນ ແລະ ໄດ້ຮັບນິມິດຈາກພຣະເຈົ້າ ແລະ ມັກອວດຕົວໃນເລື່ອງນັ້ນ. (ໃຫ້ເບິ່ງ: rc://*/ta/man/translate/figs-metaphor)

ອວດອ້າງຕົວຂຶ້ນຕາມຄວາມຄິດຂອງເນື້ອຫນັງຂອງເຂົາ

ໃນຂໍ້ນີ້ໂປໂລໄດ້ບອກວ່າຄວາມຄິດທີ່ຊົ່ວເຮັດໃຫ້ຄົນນັ້ນຜະຍອງຕົວ. ແປໄດ້ອີກຢ່າງວ່າ "ການຍົກໂຕຂື້ນເປັນຜົນມາຈາກຄວາມຄິດຝ່າຍຊີ້ນຫນັງຂອງທ່ານ". (ເບິ່ງ: rc://*/ta/man/translate/figs-activepassive)

ອວດອ້າງຕົວຂຶ້ນ

ໃນຂໍ້ນີ້ຄົົນທີ່ອວດຕົວຖືກເວົ້າເຖິງວ່າເປັນເຫມືອນສິ່ງທີ່ມີບາງຄົນໄດ້ມາເປົ່າລົມໃສ່ຈົນມັນຂະຫຍາຍໃຫຍ່ກວ່າເດີມ (ເບິ່ງ: rc://*/ta/man/translate/figs-metaphor )

ຄວາມຄິດຂອງເນື້ອຫນັງຂອງເຂົາ

ຄຳວ່າຄວາມຄິດຂອງເນື້ອຫນັງໃນຂໍ້ນີ້ຫມາຍເຖິງທຳມະຊາດບາບຂອງມະນຸດ "ຄວາມຄິດຊົ່ວທີ່ທ່ານມັກຄິດຢູ່ສະເຫມີ" (ເບິ່ງ: rc://*/ta/man/translate/figs-metaphor )

ເຂົາບໍ່ໄດ້ຢຶດຫມັ້ນໃນ

ໂປໂລເວົ້າເຖິງການໄວ້ວາງໃຈໃນພຣະຄຣິດເປັນເຫມືອນຄົນຫນຶ່ງໄດ້ຄວ້າພຣະຄຣິດໄວ້ດ້ວຍມືຂ້າງດຽວ. ແປໄດ້ອີກຢ່າງວ່າ: "ທ່ານບໍ່ໄດ້ຄວ້າໄວ້ຢ່າງແຫນ້ນຫນາ" ຫລື "ທ່ານບໍ່ໄດ້ຢຶດຕິດ" ເປັນເຫມືອນເດັກທີ່ຢຶດພໍ່ແມ່ໄວ້ຢ່າງແຫນ້ນຫນາ" (ເບິ່ງ: rc://*/ta/man/translate/figs-metaphor)

ຫົວນັ້ນເປັນເຫດໃຫ້ກາຍທັງຫມົດທີ່ເຊື່ອມຕໍ່ກັນດ້ວຍຂໍ້ ແລະ ເອັນຕ່າງໆ ໄດ້ຮັບການບຳລຸງລ້ຽງ

ໂປໂລເວົ້າເຖິງຄຣິສຕະຈັກທີ່ຢູ່ໃຕ້ລິດອຳນາດຂອງພຣະຄຣິດ ວ່າເປັນເຫມືອນກັບຮ່າງກາຍຂອງມະນຸດ "ພຣະເຈົ້າຊົງລ້ຽງດູທັງຮ່າງກາຍຕະຫລອດໄປຈົນເຖິງຂໍ້ ແລະ ເອັນຕ່າງໆ ໂດຍຜ່ານທາງຫົວ ແລະ ຊົງຢຶດເຂົ້າໄວ້ນຳກັນ". (ເບິ່ງ: rc://*/ta/man/translate/figs-metaphor )