lo_tn/col/02/13.md

3.6 KiB

ເມື່ອທ່ານຕາຍແລ້ວ

ໂປໂລເວົ້າເຖິງການບໍ່ຕອບສະຫນອງຕໍ່ພຣະເຈົ້າວ່າເປັນ ເຫມືອນຄວາມຕາຍ. ແປໄດ້ອີກຢ່າງວ່າ: "ເມື່ອພວກທ່ານທີ່ເປັນຜູ້ເຊື່ອຊາວໂກໂລຊາຍບໍ່ສາມາດຕອບສະຫນອງຕໍ່ພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ເມື່ອທ່ານຕາຍແລ້ວ... ພຣະອົງໄດ້ຊົງໃຫ້ທ່ານມີຊີວິດ

ໂປໂລໃຊ້ພາບປຽບທຽບນີ້ເພື່ອເວົ້າເຖິງການເຂົ້າສູ່ຊີວິດໃຫມ່ທາງຝ່າຍວິນຍານວ່າເປັນເຫມືອນການກັບມາມີຊີວິດໃຫມ່ທາງຝ່າຍກາຍ. (ເບິ່ງ: rc://*/ta/man/translate/figs-metaphor)

ຕາຍແລ້ວດ້ວຍການລະເມີດທັງຫລາຍຂອງທ່ານ ແລະ ໃນເນື້ອຫນັງຂອງທ່ານທີ່ບໍ່ໄດ້ເຂົ້າພິທິຕັດ

ທ່ານຕາຍແລ້ວໃນສອງປະການຄື: 1) ທ່ານຕາຍແລ້ວຝ່າຍວິນຍານ, ໃຊ້ຊີວິດຢູ່ໃນບາບຕໍ່ຕ້ານພຣະຄຣິດ ແລະ 2) ທ່ານບໍ່ໄດ້ເຂົ້າພິທີຕັດຕາມບັນຍັດຂອງໂມເຊ.

ຍົກໂທດການລະເມີດທັງຫລາຍຂອງເຮົາ

"ພຣະອົງຊົງອະໄພໂທດການລະເມີດທັງໝົດຂອງເຮົາ ທັງຄົນຢິວ ແລະ ຄົນຕ່າງຊາດດ້ວຍ".

ພຣະອົງຊົງລົບລາຍການຫນີ້ທັງສິ້ນ ແລະ ກົດເກນທັງຫລາຍທີ່ຕໍ່ຕ້ານເຮົາ

ໂປໂລໄດ້ເວົ້າເຖິງວິທີທີ່ພຣະເຈົ້າຊົງອະໄພໂທດບາບຂອງເຮົາເຫມືອນກັບການທີ່ເຈົ້າຫນີ້ຊຶ່ງມີຜູ້ຄົນຕິດຫນີ້ເງິນທອງ ຫລື ສິ່ງຂອງຢ່າງຫລວງຫລາຍ ໄດ້ທຳລາຍບັນທຶກຫນີ້ທັງຫມົດຖິ້ມເພື່ອລູກຫນີ້ຈະບໍ່ຕ້ອງຈ່າຍຄືນໃຫ້ທ່ານ. (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງໄດ້ຊົງປະຈານພວກເຂົາ

ໃນສະໄຫມໂຣມ ນິ້ເປັນວິທີປົກກະຕິສຳລັບທະຫານໂຣມທີ່ຈະຍ່າງຂະບວນແຫ່ງໄຊຊະນະເມື່ອເດີນທາງກັບມາເຖິງບ້ານ.ພາຂ້າທາດທີ່ພວກທ່ານຈັບມາໄດ້ ແລະ ເຂົ້າຂອງທີ່ຣິບມາໄດ້ ພຣະເຈົ້າຊົງມີໄຊຊະນະເຫນືອອຳນາດຊົ່ວ ແລະ ເທບຜູ້ຄອງຕ່າງໆ. (ເບິ່ງ: rc://*/ta/man/translate/figs-metaphor)

ໂດຍກາງເເຂນ

ຄຳວ່າ "ກາງແຂນ" ນີ້ຫມາຍເຖິງ ຄວາມຕາຍຂອງພຣະຄຣິດເທິງກາງແຂນ. (ໃຫ້ເບິ່ງ: rc://*/ta/man/translate/figs-metonymy)