lo_tn/col/02/10.md

4.5 KiB

ໃນພຣະອົງນັ້ນ ທ່ານໄດ້ເຂົ້າຮັບພິທີຕັດແລ້ວ

ໂປໂລກຳລັງເວົ້າເຖິງບັນດາຄົົນທີ່ເປັນຂອງພຣະຄຣິດວ່າເປັນເຫມືອນພວກທ່ານໄດ້ຢູ່ໃນພຣະກາຍຂອງພຣະຄຣິດ ປະໂຫຍກນີ້ສາມາດລຽງໃໝ່ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳກໍໄດ້. ແປໄດ້ອີກວ່າ: "ເມື່ອທ່ານມີສ່ວນຮ່ວມໃນຄຣິສຕະຈັກໂດຍກັບຮັບບັບຕິດສະມາ ພຣະເຈົ້າກໍໄດ້ເຮັດພິທີຕັດໃຫ້ທ່ານແລ້ວ". (ເບິ່ງ: [[rc:///ta/man/translate/figs-metaphor]] ເເລະ [[rc:///ta/man/translate/figs-activepassive]])

ພວກທ່ານເອງກໍຮັບຄວາມບໍລິບູນນັ້ນຢູ່ໃນພຣະອົງ

ໂປໂລເວົ້າເຖິງຜູ້ຄົນເຫມືອນກັບວ່າພວກທ່ານເປັນພາຊະນະທີ່ພຣະເຈົ້າໄດ້ໃສ່ພຣະຄຣິດໄວ້ຂ້າງໃນ. ແປໄດ້ອີກຢ່າງວ່າ: "ພວກທ່ານຖືກເຮັດໃຫ້ບໍລິບູນໃນພຣະຄຣິດ". (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງຊົງເປັນຫົວ

ພຣະຄຣິດຊົງເປັນຜູ້ຄອບຄອງ. (ເບິ່ງ: rc://*/ta/man/translate/figs-metaphor)

ເຂົ້າພິທີຕັດທີ່ມະນຸດບໍ່ໄດ້ກະທຳ

ໂປໂລໃຊ້ພາບປຽບທຽບນີ້ເພື່ອບອກວ່າ ພຣະເຈົ້າໄດ້ເຮັດໃຫ້ບັນດາຄຣິດສະຕຽນຜູ້ເຊື່ອເປັນທີ່ຍອມຮັບໄດ້ສຳລັບພຣະອົງ ໂດຍການເຕືອນໃຫ້ລະເລິກເຖິງການເຂົ້າພິທີຕັດ ຊຶ່ງເປັນພິທີທີ່ເດັກ ຊຶ່ງເດັກນ້ອຍຊາວເຮັບເຣີຈະຕ້ອງຜ່ານເພື່ອເຂົ້າສູ່ສັງຄົມຂອງຄົນອິດສະລາເອນ. (ເບິ່ງ: rc://*/ta/man/translate/figs-metaphor)

ທ່ານໄດ້ຖືກຝັງໄວ້ກັບພຣະອົງໃນພິທີບັບຕິດສະມາແລ້ວ

ໂປໂລເວົ້າເຖິງການບັບຕິດມາ ແລະ ການເຂົ້າຮ່ວມໃນກຸ່ມຂອງບັນດາຜູ້ເຊື່ອວ່າເປັນເຫມືອນການຖືກຝັງໄວ້ກັບພຣະຄຣິດ ປະະໂຫຍກນີ້ສາມາດລຽງໃຫມ່ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳກໍ່ໄດ້. ແປໄດ້ອີກຢ່າງວ່າ: "ພຣະເຈົ້າໄດ້ຊົງຝັງທ່ານໄວ້ກັບພຣະຄຣິດແລ້ວເມື່ອຕອນທີ່ທ່ານເຂົ້າຮ່ວມກັບຄຣິສຕະຈັກໃນພິທີບັບຕິດສະມາ". (ເບິ່ງ: [[rc:///ta/man/translate/figs-metaphor]] ເເລະ [[rc:///ta/man/translate/figs-activepassive]])

ໃນພຣະອົງນັ້ນທ່ານໄດ້ເປັນຂຶ້ນຈາກຕາຍ

ໂປໂລໃຊ້ພາບປຽບທຽບນີ້ເພື່ອເວົ້າເຖິງຈິດວິນຍານໃຫມ່ຂອງຜູ້ເຊື່ອທີ່ເກິດຂື້ນໄດ້ເພາະພຣະເຈົ້າໄດ້ຊົງເຮັດໃຫ້ພຣະຄຣິດເປັນຂຶ້ນຈາກຕາຍອີກເທື່ອຫນຶ່ງ ສາມາດລຽງປະໂຫຍກໃຫມ່ໂດຍການໃຫ້ປະທານປະໂຫຍກເປັນຜູ້ກະທຳກໍໄດ້. ແປໄດ້ອີກຢ່າງວ່າ: "ເພາະຕົວທ່ານເຂົ້າຮ່ວມກັບພຣະຄຣິດ ພຣະເຈົ້າຈຶ່ງໄດ້ເຮັດໃຫ້ທ່ານເປັນຂຶ້ນ". (ເບິ່ງ: [[rc:///ta/man/translate/figs-metaphor]] ເເລະ [[rc:///ta/man/translate/figs-activepassive]])