lo_tn/col/02/01.md

5.3 KiB

ຂໍ້ມູນເຊື່ອມຕໍ່

ໂປໂລຍັງຫນູນໃຈບັນດາຜູ້ເຊື່ອໃນເມືອງໂກໂລຊາຍ ແລະ ເມືອງເລົາດີເຊຍຢູ່ສະເຫມີ ເພື່ອໃຫ້ເຂົ້າໃຈວ່າພຣະຄຣິດຊົງເປັນພຣະເຈົ້າແລະ ພຣະອົງຊົງສະຖິດໃນຜູ້ເຊື່ອ ເພື່ອພວກທ່ານຈະໄດ້ດຳເນີນຊີວິດແບບດຽວກັບທີ່ພວກທ່ານຕ້ອນຮັບພຣະອົງ.

ຂ້າພະເຈົ້າດິ້ນຮົນຕໍ່ສູ້ຫລາຍພຽງໄດເພື່ອພວກທ່ານ

ໂປໂລທຸ້ມເທຢ່າງຫລາຍທີ່ສຸດໃນການເສີມສ້າງຄວາມບໍລິສຸດ ແລະ ຄວາມເຂົ້າໃຈໃນຂ່າວປະເສີດຂອງພວກທ່ານ.

ເພື່ອພວກທ່ານທີ່ຢູ່ໃນເມືອງເລົາດີເຊຍ

ນິ້ເປັນເມືອງທີ່ຢູ່ໃກ້ກັບເມືອງໂກໂລຊາຍຊຶ່ງມີຄຣິສຕະຈັກທີ່ໂປໂລໄດ້ອະທິຖານເພື່ອ.

ແລະ ຄົນອີກຫລວງຫລາຍທີ່ຍັງບໍ່ໄດ້ເຫັນຫນ້າຂອງຂ້າພະເຈົ້າ

ຄຳວ່າ "ຫນ້າ" ນີ້ໃຊ້ແທນຕົວບຸກຄົນ. ແປໄດ້ອີກຢ່າງວ່າ: "ທຸກຄົົນທີ່ຂ້າພະເຈົ້າບໍ່ເຄີຍໄດ້ເຫັນໜ້າເປັນສ່ວນຕົວ" ຫລື "ທຸກຄົົນທີ່ຂ້າພະເຈົ້າບໍ່ເຄີຍໄດ້ກັນຕໍ່ໜ້າຕໍ່ຕາ". (ເບິ່ງ: rc://*/ta/man/translate/figs-synecdoche)

ເພື່ອໃຈຂອງພວກທ່ານ

ໂປໂລໄດ້ທັງຫມົດຊາວຄາລາເຕຍໄວ້ດ້ວຍເຖິງວ່າຈະໃຊ້ຄໍາເເທນນາມທີ່ແຕກຕ່າງໄປ. ແປໄດ້ອີກວ່າ: "ເພື່ອຈິດຂອງພວກເຂົາ ແລະຂອງທ່ານ". (ເບິ່ງ: rc://*/ta/man/translate/figs-pronouns)

ໂດຍການຕິດສະຫນິດດ້ວຍກັນ

ນີ້ຫມາຍເຖິງການຕິດສະຫນິດດ້ວຍກັັນໃນຄວາມສຳພັນທີ່ໃກ້ຊິດ.

ແລະ ມີຄວາມເຂົ້ົົົາໃຈຢ່າງບໍລິບູນໃນຄວາມຮູ້

ເປົາໂລເວົ້າເຖິງຄົົນທີ່ຫມັ້ໍນໃຈຢ່າງເຕັມທີ່ວ່າຂ່າວດີນີ້ເປັນຄວາມຈິງ ວ່າທ່ານເປັນເຫມືອນຄົົນທີ່ລ້ຳລວຍຝ່າຍຮ່າງກາຍ (ເບິ່ງ: rc://*/ta/man/translate/figs-metaphor)

ຄວາມຈິງອັນລ້ຳເລິກຂອງພຣະເຈົ້າ

ນີ້ຄືຄວາມຮູ້ທີ່ພຣະເຈົ້າເທົ່ານັ້ນຈະເປີດເຜີຍໄດ້.

ຊຶ່ງກໍຄືພຣະຄຣິດ

ພຣະເຢຊູຄຣິດຊົງເປັນຄວາມຈິງທີ່ລ້ຳເລິກທີ່ພຣະເຈົ້າຊົງເປີດໃຫ້ຮູ້.

ຊຶ່ງຄັງແຫ່ງສະຕິປັນຍາ ແລະ ຄວາມຮູ້ທຸກຢ່າງໄດ້ຖືກຊ່ອນໄວ້ໃນພຣະອົງ

ມີແຕ່ພຣະຄຣິດເທົ່ານັ້ນທີ່ສາມາດເປີດເຜີຍສະຕິປັນຍາ ແລະ ຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າ ສາມາດຮຽງປະໂຫຍກໂດຍໄດ້ປະທານຂອງປະໂຫຍກເປັນຜູ້ກະທຳກໍໄດ້. ແປໄດ້ອີກຢ່າງວ່າ: "ພຣະເຈົ້າໄດ້ຊ່ອນຄັງແຫ່ງປັນຍາແລະຄວາມຮູ້ໄວ້ໃນພຣະຄຣິດ". (ເບິ່ງ: rc://*/ta/man/translate/figs-activepassive)

ຄັງແຫ່ງສະຕິປັນຍາ ແລະ ຄວາມຮູ້ທຸກຢ່າງ

ໂປໂລເວົ້າເຖິງສະຕິປັນຍາ ແລະ ຄວາມຮູ້ຂອງພຣະເຈົ້າວ່າເປັນເຫມືອນຊັບສົມບັດ. ແປໄດ້ອີກຢ່າງວ່າ: "ສະຕິປັນຍາ ແລະ ຄວາມຮູ້ອັນລ້ຳຄ່າຢ່າງຫລາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ສະຕິປັນຍາແລະຄວາມຮູ້

ຄຳນີ້ຫມາຍຄວາມກົງຕາມນັ້ນ ໂປໂລໃຊ້ຄຳເຫລົ່ານີ້ເພື່ອເນັ້ນວ່າຄວາມເຂົ້າໃຈຝ່າຍວິນຍານທັງຫມົດມາຈາກພຣະຄຣິດ. (ເບິ່ງ: rc://*/ta/man/translate/figs-doublet)