lo_tn/amo/04/04.md

2.3 KiB

ຈົ່ງພາກັນໄປທີ່ເມືອງເບັດເອັນ ແລະ ເຮັດຜິດບາບສາ, ໄປທີ່ເມືອງກິນການ ແລະ ເຮັດຜິດບາບໃຫ້ຫລາຍກວ່າເກົ່າ

"ຍ້ອນວ່າເຈົ້າປະຕິເສດທີ່ຈະກັບໃຈໃຫມ່, ເຄື່ອງຖວາຍທີ່ເຈົ້າຖວາຍຢູ່ເມືອງເບັດເອັນ ແລະ ເມືອງກິນການນັ້ນ ເຮັດໃຫ້ເຮົາໃຈຮ້າຍຫລາຍກວ່າເກົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ນຳເຄື່ອງຖວາຍຂອງພວກເຈົ້າມາຖວາຍ ...ຫນຶ່ງສ່ວນສິບຂອງພວກເຈົ້າ ........ຈົ່ງຖວາຍເຄື່ອງບູຊາແຫ່ງການຂອບພຣະຄຸນ... ປະກາດການຖວາຍຕາມໃຈສະຫມັກ; ຈົ່ງປະກາດໃຫ້ຮູ້ທົ່ວກັນ

ຖ້າໃນພາສາຂອງທ່ານມີວິທີການສະແດງ ໃຫ້ເຫັນວ່າປະຊາຊົນປະຕິເສດທີ່ຈະເຂົ້າໃຈວ່າ ການເຮັດສິ່ງເຫລົ່ານີ້ບໍ່ມີປະໂຫຍດອັນໃດ ແຕ່ພວກເຂົາຈະບໍ່ຢຸດເຮັດມັນ, ທ່ານອາດຈະຕ້ອງການໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ຖວາຍຫນຶ່ງສ່ວນສິບຂອງພວກເຈົ້າທຸກໆສາມມື້

ແທນທີ່ຈະ "ທຸກໆສາມມື້," ບາງສະບັບມີ "ທຸກໆສາມປີ." ນີ້ແມ່ນຍ້ອນວ່າ ຊາວອິສະຣາເອນຄວນຈະນຳເອົາຫນຶ່ງສ່ວນສິບຂອງພວກເຂົາ ມາຫາພຣະເຈົ້າທຸກໆສາມປີ.

ຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ

ເບິ່ງວ່າທ່ານແປຄຳນີ້ໃນຂໍ້ 3:13.