lo_tn/act/24/04.md

2.6 KiB

ຂໍ້ມູນທົ່ວໄປ:

ຄຳວ່າ "ພວກເຮົາ" ຫມາຍເຖິງອານາເນຍ, ຜູ້ອາວຸດໂສບາງຄົນ, ແລະເຕຕູໂລ. (ເບິ່ງ: rc://*/ta/man/translate/figs-exclusive)

ເພື່ອທີ່ຂ້າພະເຈົ້າຈະບໍ່ໃຫ້ເສຍເວລາທ່ານເກີນໄປ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ເພື່ອວ່າຂ້າພະເຈົ້າຈະບໍ່ໃຊ້ເວລາຂອງທ່ານຫາຍເກີນໄປ" ຫລື 2) "ເພື່ອວ່າຂ້າພະເຈົ້າຈະບໍ່ເມື່ອຍທ່ານ"

ຟັງຂ້າພະເຈົ້າດ້ວຍຄວາມເມດຕາ

"ຍິນດີຮັບຟັງຄຳເວົ້າສັ້ນໆຂອງຂ້າພະເຈົ້າ"

ຊາຍຄົນນີ້ຈະເປັນຄົນຍຸແຍ່

ເລື່ອງນີ້ເວົ້າເຖິງໂປໂລຄືກັບວ່າລາວເປັນໄພພິບັດທີ່ແຜ່ລາມໄປຈາກຄົນຫນຶ່ງຫາອີກຄົນຫນຶ່ງ. ແປໄດ້ອີກວ່າ: "ຊາຍຄົນນີ້ເປັນຜູ້ສ້າງບັນຫາ" (ເບິ່ງ: rc://*/ta/man/translate/figs-metaphor)

ຊາວຢິວທຸກຄົນທົ່ວໂລກ

ຄຳວ່າ "ທັງຫມົດ" ໃນນີ້ແມ່ນໃຊ້ເພື່ອເວົ້າເກີນຈິງຕໍ່ການກ່າວຫາຕໍ່ໂປໂລ. ແປໄດ້ອີກວ່າ "ຊາວຢິວຫລາຍຄົນໃນທົ່ວໂລກ" (ເບິ່ງ: rc://*/ta/man/translate/figs-hyperbole)

ເຂົາເປັນຜູ້ນຳຂອງລັດທິນາຊາເຣັດ

ປະໂຫຍກທີ່ວ່າ "ລັດທິນາຊາເຣັດ" ແມ່ນຊື່ອື່ນສຳລັບຊາວຄຣິດສະຕຽນ. ແປໄດ້ອີກວ່າ: "ເຂົາຍັງນຳພາກຸ່ມທັງຫມົດທີຜູ້ຄົນເອີ້ນວ່າຜູ້ຕິດຕາມຊາວນາຊາເຣັດ" (ເບິ່ງ: rc://*/ta/man/translate/figs-explicit)

ນິກາຍ

ນີ້ແມ່ນກຸ່ມຄົນທີ່ນ້ອຍກວ່າພາຍໃນກຸ່ມທີມີຂະຫນາດໃຫຍ່ກວ່າ. ເຕຕູໂລຖືວ່າຊາວຄຣິດຕຽນເປັນກຸ່ມນ້ອຍໆພາຍໃນເຢຣູຊາເລັມ